ຄະນະນັກຮຽນ ຮ່າໂນ້ຍ ຍາດໄດ້ຜົນງານດີທີ່ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ປີ 2019

(VOVWORLD) - ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ຄັ້ງທີ 7 - ປີ 2019 (ITMC 2019) ແມ່ນການເສັງຄະນິດສາດທີ່ມີຊື່ສຽງ ສະຫງວນໃຫ້ບັນດານັກຮຽນທີ່ມີຄວາມນິຍົມຄະນິດສາດແຕ່ ປ2 ຫາ ມ6
ຄະນະນັກຮຽນ ຮ່າໂນ້ຍ ຍາດໄດ້ຜົນງານດີທີ່ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ປີ 2019 - ảnh 1 ຄະນະນັກຮຽນ ຮ່າໂນ້ຍ ຍາດໄດ້ຜົນງານດີທີ່ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ປີ 2019 (ພາບ: giaoducthoidai.vn)

ເຂົ້າຮ່ວມການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ຄັ້ງທີ 7 - ປີ 2019 (ITMC 2019) ໄດ້ຈັດຕັ້ງຢູ່ ໄທ, ຄະນະນັກຮຽນ ຮ່າໂນ້ຍ ຍາດໄດ້ຜົນງານສູງ, ລວມມີ 47 ລາງວັນ, ໃນນັ້ນມີຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 15 ຫຼຽນ, ຫຼຽນທອງ 23 ຫຼຽນ ແລະ ລາງວັນຊົມເຊີຍ 7 ລາງວັນ.

        ຄະນະນັກຮຽນ ຮ່າໂນ້ຍ ລວມມີ 52 ຄົນ ໄດ້ເຂົ້າຮ່ວມການເສັງ ITMC 2019 ຢູ່ປະເທດ ໄທ ໃນລະຫວ່າງວັນທີ 08 – 12 ກຸມພາ 2019 ພ້ອມກັບບັນດານັກຮຽນທີ່ມາຈາກບັນດາປະເທດໃນໂລກ. ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ຄັ້ງທີ 7 - ປີ 2019 (ITMC 2019) ແມ່ນການເສັງຄະນິດສາດທີ່ມີຊື່ສຽງ ສະຫງວນໃຫ້ບັນດານັກຮຽນທີ່ມີຄວາມນິຍົມຄະນິດສາດແຕ່ ປ2 ຫາ ມ6, ຈາກບັນດາປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ