ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ການ​ຕິດ​ຕາມກວດ​ກາມ​ການ​ພັ​ດ​ທະ​ນາ​ພະ​ລັງ​ງານ

(VOVWORLD) - ຫົວເລື່ອງສະເພາະໃນການຕິດຕາມກວດກາແມ່ນເພື່ອແນໃສ່ຕີລາຄາການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບການພັດທະນາພະລັງງານໃນໄລຍະຜ່ານມາຢ່າງຄົບຖ້ວນ, ພາວະວິໄສ, ຮອບດ້ານ.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ການ​ຕິດ​ຕາມກວດ​ກາມ​ການ​ພັ​ດ​ທະ​ນາ​ພະ​ລັງ​ງານ - ảnh 1ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ

ໂດຍສືບຕໍ່ວາລະປະຊຸມຄັ້ງທີ 27, ຕອນເຊົ້າວັນທີ 12 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການຕິດຕາມກວດກາຫົວເລື່ອງ ສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍ ວ່າດ້ວຍການພັດທະນາພະລັງງານ ໄລຍະ 2016 - 2021”. ໃນໄລຍະຜ່ານມາ, ຄະນະຕິດຕາມກວດກາຂອງ ຄະນະປະຈຳສະພາແຫ່ງຊາດ ໄດ້ສຳຫຼວດຕົວຈິງຢູ່ບັນດາແຂວງຄື: ກວາງນາມ, ກວາງຫງາຍ, ເຊີນລາ, ຢາລາຍ, ບາກລຽວ, ບ່າເຣ້ຍ - ຫວຸງເຕົ່າ, ກາເມົາ ແລະ ນະຄອນໂຮ່ຈີມິນ… ຫົວເລື່ອງສະເພາະໃນການຕິດຕາມກວດກາແມ່ນເພື່ອແນໃສ່ຕີລາຄາການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບການພັດທະນາພະລັງງານໃນໄລຍະຜ່ານມາຢ່າງຄົບຖ້ວນ, ພາວະວິໄສ, ຮອບດ້ານ, ພິເສດນັບແຕ່ເວລາກົມການເມືອງປະກາດໃຊ້ມະຕິວ່າດ້ວຍການກຳນົດທິດຍຸດທະສາດພັດທະນາພະລັງງານແຫ່ງຊາດ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ຜ່ານນັ້ນ, ກໍ່ຢັ້ງຢືນບັນດາມາດຕະການພື້ນຖານໃນສະເພາະໜ້າກໍ່ຄືໃນໄລຍະຍາວ ເພື່ອຫັນເປັນລະບອບລະບຽບການ ແລະ ຜັນຂະຫຍາຍບັນດາທັດສະນະ, ແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາພະລັງງານຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ