ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ (ຄັ້ງ​ທີ 2) ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ)

(VOVWORLD) -  ຜ່ານການປະກອບຄຳເຫັນ ແລະ ຮັບເອົາຄຳເຫັນມາເປັນຫຼາຍຄັ້ງ, ໄລ່ມາຮອດປັດຈຸບັນ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຍັງມີຄວາມເຫັນແຕກຕ່າງກັນຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງບັນດາມາດຕະຖານນຳໃຊ້ທີ່ດິນເຂົ້າໃນການວາງແຜນຜັງນຳໃຊ້ທີ່ດິນ ເຊິ່ງຄວນໄດ້ຮັບການຕີລາຄາຢ່າງລະອຽດຖີ່ຖ້ວນກວ່າ.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ (ຄັ້ງ​ທີ 2) ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ) - ảnh 1ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 26, ວັນທີ 28 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມ (ຄັ້ງທີ 3) ເພື່ອປະກອບຄຳເຫັນ (ຄັ້ງທີ 2) ກ່ຽວກັບການຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ຜ່ານການປະກອບຄຳເຫັນ ແລະ ຮັບເອົາຄຳເຫັນມາເປັນຫຼາຍຄັ້ງ, ໄລ່ມາຮອດປັດຈຸບັນ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຍັງມີຄວາມເຫັນແຕກຕ່າງກັນຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງບັນດາມາດຕະຖານນຳໃຊ້ທີ່ດິນເຂົ້າໃນການວາງແຜນຜັງນຳໃຊ້ທີ່ດິນ ເຊິ່ງຄວນໄດ້ຮັບການຕີລາຄາຢ່າງລະອຽດຖີ່ຖ້ວນກວ່າ.

        ກໍໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຈັດວາງອັດຕາພາສີລາຍຮັບຂອງວິສາຫະກິດເພີ່ມເຕີມ ຕາມຂໍ້ກຳນົດກ່ຽວກັບການຕ້ານການຮົວໄຫຼພາສີທົ່ວໂລກ; ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການໝູນໃຊ້ທົດລອງນະໂຍບາຍໜູນຊ່ວຍການລົງທຶນໃນຂົງເຂດເຕັກໂນໂລຢີສູງ; ປະກອບຄຳເຫັນໃສ່ການດັດປັບບາງເນື້ອໃນຂອງມະຕິຂອງສະພາແຫ່ງຊາດ ກ່ຽວກັບບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການເອົາທີ່ດິນຄືນ, ການຊົດເຊີຍ, ໜູນຊ່ວຍ, ສ້າງເຂດຕັ້ງຖິ່ນຖານໃໝ່ ທ່າອາກາດສະຍານສາກົນ ລອງແທັ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ