ຄະນະ​ປະຕິ​ບັດງານ​ສະພາ​ແຫ່ງ​ຊາດ ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ ພໍ່​ແມ່​ພີ່ນ້ອງ​​ບັນດາ​ເຜົ່າ​ຢູ່​ແຂວງ​ລາຍ​ເຈົາ

(VOVWORLD) -ຕອນບ່າຍວັນທີ 13 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່່ງຊາດຫວຽດນາມ ໂດຍທ່ານ ຟຸ່ງກວ໊ກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເມືອງ ນໍ້າຍຸ່ນ, ແຂວງລາຍເຈົາ ຂອງຫວຽດນາມ. 
ຄະນະ​ປະຕິ​ບັດງານ​ສະພາ​ແຫ່ງ​ຊາດ ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ ພໍ່​ແມ່​ພີ່ນ້ອງ​​ບັນດາ​ເຜົ່າ​ຢູ່​ແຂວງ​ລາຍ​ເຈົາ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຫຽນ ຢ້ຽມຢາມ, ອວຍພອນບຸດເຕັດນັກຮົບຢູ່ຄ້າຍປ້ອງກັນຊາຍແດນ ຮົວບຸມ (ພາບ: 

        ຢູ່ຕາແສງຊາຍແດນ ຮົວບຸມ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຫຽນ ສະເໜີໃຫ້ອໍານາດການປົກຄອງທ້ອງຖິ່ນເອົາໃຈໃສ່, ສໍາຫຼວດກວດຄືນບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ເພື່ອມີແຜນການຊ່ວຍເຫຼືອຢ່າງທັນການ, ຮັບປະກັນໃຫ້ທຸກໆຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມຜາສຸກ. ຫຼັງຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວ໊ກຫຽນ ກໍໄດ້ໄປຢ້ຽມຢາມ, ອວຍພອນບຸດເຕັດອໍານາດການປົກຄອງ, ປະຊາຊົນຕາແສງ ຮົວບຸມ ແລະ ບັນດາພະນັກງານ, ນັກຮົບຢູ່ຄ້າຍປ້ອງກັນຊາຍແດນ ຮົວບຸມ. ນອກຈາກນັ້ນ, ທ່ານຍັງໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄູອາຈານ ແລະ ນັກສຶກສາຢູ່ໂຮງຮຽນມັດທະຍົມກິນນອຊົນເຜົ່ານຮົວບຸມ ແລະ ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ຕາແສງດັ່ງກ່າວອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ