(vovworld) - ໂດຍໄດ້ຮັບຄຳເຊີນຂອງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ຄະນະຜູ້ແທນກຳປູເຈຍ ລວມ 10 ທ່ານທີ່ໄດ້ຊ່ວຍທະຫານອາສາສະໝັກຫວຽດນາມ ໃນໄລຍະປະຕິບັດໜ້າທີ່ຢູ່ກຳປູເຈຍ, ໂດຍທ່ານ Lim Chhay, ຮອງລັດຖະມົນຕີ, ກະຊວງສັງຄົມ, ນັກຮົບເກົ່າ ແລະ ຟື້ນຟູຊາວໜຸ່ມກຳປູເຈຍ, ນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 22 – 28/10. ຕອນບ່າຍວັນທີ 23/10, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ Nguyen Van Kien ໄດ້ໃຫ້ການຕ້ອນຮັບຄະນະ. ນະທີ່ນີ້, ທ່ານ Lim Chhay ໄດ້ຖືວ່າ ໃນໄລຍະຈະມາເຖິງ, ບັນດາອົງການຈັດຕັ້ງມິດຕະພາບປະຊາຊົນສອງປະເທດ ຄວນເພີ່ມທະວີການສຶກສາໃຫ້ລຸ້ນໜຸ່ມຂອງສອງປະເທດເຂົ້າໃຈ ແລະ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບຫວຽດນາມ - ກຳປູເຈຍ. ຄຽງຂ້າງວຽກງານໂຄສະນາ, ວຽກງານໜູນຊ່ວຍ, ຊ່ວຍເຫຼືອນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ຫວຽດນາມ ຕ້ອງໄດ້ຮັບການເປີດກວ້າງ ແລະ ເສີມຂະຫຍາຍເພື່ອແນໃສ່ປະກອບສ່ວນຮັດແໜ້ນນ້ຳໃຈອັນສະໜິດແໜ້ນລະຫວ່າງປະຊາຊົນກຳປູເຈຍ ແລະ ຫວຽດນາມ ຢ່າງແທດຈິງ.