ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມອາຊຽນກ່ຽວກັບເລື່ອງແມ່ຍິງເຮັດວຽກງານການເມືອງຢູ່ມາເລເຊຍ

ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມອາຊຽນກ່ຽວກັບເລື່ອງແມ່ຍິງເຮັດວຽກງານການເມືອງຢູ່ມາເລເຊຍ - ảnh 1
ແມ່ຍິງ​ເຮັດ​ວຽກ​ງານ​ການ​ເມືອງ:
ຊຸກ​ຍູ້​ຜູ້ຕາງໜ້າ​ຜ່ານ​ການ​ປ່ຽນ​ໃໝ່ ​ແລະ ​ເຊື່ອມ​ຕໍ່
(ພາບ: vietnamplus)


(vovworld) – ​ເນື່ອງ​ໃນ​ໂອກາດ​ທີ່​ມາ​ເລ​ເຊຍ ຮັບດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ, ວັນ​ທີ 17/10, ຢູ່​ນະຄອນຫຼວງ ກົວ​ລາ​ລຳ​ເປີ, ພັນ​ທະ​ມິດ​ແນ​ວ​​ໂຮມ​ແຫ່ງ​ຊາດ (BN) ກຳ​ອຳ​ນາດ​ມາ​ເລ​ເຊ​ຍ ຈັດ​ຕັ້ງກອງ​ປະຊຸມ​ອາ​ຊຽນ ດ້ວຍຫົວ​ຂໍ້​ວ່າ “​ແມ່ຍິງ​ເຮັດ​ວຽກ​ງານ​ການ​ເມືອງ: ຊຸກ​ຍູ້​ຜູ້ຕາງໜ້າ​ຜ່ານ​ການ​ປ່ຽນ​ໃໝ່ ​ແລະ ​ເຊື່ອມ​ຕໍ່”. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ນັກ​ການ​ເມືອງ 24 ທ່ານ​ທີ່​ມາ​ຈາກ 14 ປະ​ເທດສະມາຊິກ​ອາ​ຊຽນ ​​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ເຈລະຈາ​ຂອງ​ອາ​ຊຽນ. ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ນາງ ​ເຈືອງ​ທິງອກ​ແອ໋ງ, ຮອງ​ປະທານ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ​ເຂົ້າຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ໄດ້​​ໄຈ້​​ແຍກ, ​ເຮັດ​ແຈ້ງ​ບົດບາດ​ຂອງ​​ແມ່ຍິງ ​ໃນ​ຊີວິດ​ດ້ານ​ເສດຖະ​ກິດ, ການ​ເມືອງ, ສັງຄົມ, ພ້ອມ​ທັງ​ຊີ້​ໃຫ້​ເຫັນ​ບັນດາ​ສິ່ງ​ຈຳກັດ ພ້ອມ​ກັບ​ເຫດຜົນ​ຂອງ​ທີ່​ຕັ້ງ​ແມ່​ຍິງ​ໃນການ​ເມືອງ, ທີ່​ຍັງ​ບໍ່​ທັນສົມ​ກັບ​ຄວາມ​ສາມາດ ​ແລະ ການ​ປະກອບສ່ວນ​ຂອງ​ຕົນ. ບົນ​ພື້ນຖານ​ນັ້ນ, ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ຍົກ​ສູງ​ບົດບາດ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ການ​ເມືອງ.

      ກ່າວ​ຄຳ​ເຫັນ​ທີ່​ກ​ອງປະຊຸມ, ທ່ານ​ນາງ ​ເຈືອງ​ທິງອກ​ແອ໋ງ ​ໄດ້​​ແບ່ງປັນ​ບັນ​ດາ​ຜົນງານ​ທຸກ​​ດ້ານ​ເຊິ່ງຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ບັນມາດ​ຕະການ​ແກ້​ໄຂ​ເພື່ອ​ແນ​ໃສ່​ປະຕິບັດ​ຄາດໝາຍ ຍົກ​ສູງ​ອັດຕາ​ແມ່ຍິງ​ໃນ​ບັນດາ​ອົງການ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດ.

ຂ່າວ/ບົດ​ອື່ນ