ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ IPU - 129

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ IPU - 129 - ảnh 1
ພາບປະກອບ
(ຈາກ: sarajevotimes.com)

(vovworld) – ​ໃນລະ​ຫວ່າງວັນ​ທີ 7 – 9/10, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຮິ່ງງອກ​ເຊີນ, ​ເປັນ​ຫົວໜ້າ​ຄະ​ນະ, ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ໂລກ​ຄັ້ງ​ທີ 129 (IPU – 129) ຢູ່ ​ເຊີ​​ແນວ, ປະ​ເທດ​ສະ​ວິດ. ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະມັດ​ຊາ​ໃຫຍ່, ສະພາ​ບໍລິຫານ​ ​ແລະ ບາງ​ວາລະ​ປຶກສາ​ຫາລື​ຂອງ​ຄະນະກຳມະການ IPU. ​ໃນ​ໄລ​ຍະ​ຢູ່ ສະ​ວິດ, ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ຫວຽດນາມ ກໍ່​ໄດ້​​ໄປ​ຢ້ຽມຢາມ​ພະນັກງານ ​ແລະ ພາລະກ​ອນສະຖານທູດ ຫວຽດນາມ ປະຈຳ​ນະຄອນຫຼວງ Bern, ຄະນະ​ຜູ້​ແທນ ຫວຽດນາມ ຄຽງ​ຂ້າງ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ສາກົນ​ອື່ນ​ໆຢູ່ ​ເຊີ​ແນວ.

ຂ່າວ/ບົດ​ອື່ນ