ຄະນະພົວພັນຕ່າງປະເທດສູນກາງພັກ ຫວຽດນາມ ແລະ ລາວ ດຳເນີນການພົບປະເຈລະຈາ

(VOVWORLD) - ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນ, ຕີລາຄາກ່ຽວກັບສະພາບການສາກົນ ແລະ ເລື່ອງຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ພິເສດແມ່ນການພົວພັນຮ່ວມມືລະຫວ່າງ 2 ຄະນະພົວພັນຕ່າງປະເທດ
ຄະນະພົວພັນຕ່າງປະເທດສູນກາງພັກ ຫວຽດນາມ ແລະ  ລາວ ດຳເນີນການພົບປະເຈລະຈາ - ảnh 1(ທີ່ການພົບປະເຈລະຈາ)

 ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງພັກກອມມູນິດ ຫວຽດນາມ ກັບ ພັກປະຊາຊົນປະຕິວັດລາວ, ຄະນະຜູ້ແທນຂອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ມາຢ້ຽມຢາມ, ເຮັດວຽກ ແລະ ພົບປະແລກປ່ຽນມິດຕະພາບຢູ່ ຫວຽດນາມ ແຕ່ວັນທີ 20-24 ເມສາ.

ວັນທີ 21 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ. ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນ, ຕີລາຄາກ່ຽວກັບສະພາບການສາກົນ ແລະ ເລື່ອງຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ພິເສດແມ່ນການພົວພັນຮ່ວມມືລະຫວ່າງ 2 ຄະນະພົວພັນຕ່າງປະເທດ ແນໃສ່ປະຕິບັດພາລະໜ້າທີ່, ບົດບາດຄົ້ນຄວ້າ, ໃຫ້ຄຳປຶກສາຍຸດທະສາດ, ຈັດຕັ້ງການປະຕິບັດການພົວພັນຕ່າງປະເທດຂອງພັກ, ຕິດຕາມກວດກາ, ຊີ້ນຳການແນະນຳກ່ຽວກັບການຕ່າງປະເທດປະຊາຊົນໃຫ້ເປັນຢ່າງດີ. ເນື່ອງໃນໂອກາດນີ້, ຄະນະພົວພັນຕ່າງປະເທດຂອງ 2 ປະເທດໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາຂອງລັດ ຫວຽດນາມ ແລະ ລັດ ລາວ ມອບໃຫ້ໝູ່ຄະນະ ແລະ ພະນັກງານຂອງ 2 ຄະນະພົວພັນຕ່າງປະເທດຈຳນວນໜຶ່ງທີ່ມີຜົນງານດີເດັ່ນໃນເລື່ອງປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ໃນຂອບເຂດການຢ້ຽມຢາມ, 2 ຄະນະພົວພັນຕ່າງປະເທດສູນກາງພັກຂອງ 2 ປະເທດ ແລະ ແຂວງ ເທື່ອທຽນເຫ້ວ ຈະຈັດງານພົບປະແລກປ່ຽນມິດຕະພາບດ້ວຍຫົວຂໍ້ “ເຂັ້ນຂຸ້ນໄປດ້ວຍຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ”, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດສຸສານແຫ່ງຊາດ ຖະໜົນເລກ 9.

ຕອບກັບ

ຂ່າວ/ບົດ​ອື່ນ