ຄຳສັ່ງຢຸດຍິງຢູ່ເຂດກາຊາແກ່ຍາວຕື່ມອີກ24ຊົ່ວໂມງ

ຄຳສັ່ງຢຸດຍິງຢູ່ເຂດກາຊາແກ່ຍາວຕື່ມອີກ24ຊົ່ວໂມງ - ảnh 1
ປະທານາທິບໍດີ ປາແລດສະຕິນ Mahmud Abbas ເປັນປະທານກອງປະຊຸມຂອງເຈົ້າໜ້າທີ່ ປາແລດສະຕີນ
(ພາບ: AFP-TTXVN)

(vovworld) - ​ກ່ອນ​ທີ່​ຄຳ​ສັ່ງ​ຢຸດ​ຍິງ​ເປັນ​ເວລາ 5 ວັນ​ສິ້ນສຸດ​ລົງບໍ່​ຮອດ 1 ຊົ່ວ​ໂມງ ,ໃນ​ຄຳ່​ຄື​ນຕາມ​ເວລາ​ທ້ອງ​ຖີ່​ນ (ກົງ​ກັບ 4 ​ໂມງ​ເຊົ້າ​ຕາມ​ເວລາ ຮ່າ​ໂນ້ຍ), ອິດສະຣາ​ແອນ ​ແລະ ບັນດາ​ຜູ້ຕາງໜ້າ​ຂອງ ປາ​ແລດ​ສະຕີ​ນ ​ເຫັນ​ດີ​ແກ່ຍາວ​ຄຳ​ສັ່ງ​ຢຸດ​ຍິງ​ຕື່ມ​ອີກ 24 ຊົ່ວ​ໂມງ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້ການ​ເຈລະຈາ​ພວມ​ດຳ​ເນີນ​ໄປ​ຢູ່ ກາຍ​ໂຣ (ອີ​ຢິບ) ມຸ່ງ​ໄປ​ເຖິງ​ຂໍ້​ຕົກລົງ​ຍາວ​ນານ. ຂະ​ບວນການ​ອິດສະ​ລາມ ຮາ​ມາດ ​ຂອງ ປາ​ແລດ​ສະ​ຕິນ ​ໄດ້​ຮັບ​ຮູ້​ແຫຼ່ງຂ່າວ​ນີ້, ​ແຕ່​ກ່າວຫາ​ຝ່າຍ ອິດສະຣາ​ແອນ ມີ​ຄວາມ​ແຂງ​ກະດ້າງ​ໃນ​ວິວັດ​ການ​ເຈລະຈາ ຢູ່ ກາຍ​ໂຣ. ​ເຈົ້າ​ໜ້າ​ທີ່ ປາ​ແລດ​ສະຕິນ ​ໃຫ້​ຮູ້​ວ່າ: ​ເລື່ອງ​ຕໍ່​ກຳນົດ​ເວ​ລາ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ຝ່າຍ​ມີ​ເວລາ​ປະຕິບັດ​ການ​ເຈລະຈາ​ໃນ​ປະຈຸ​ບັນ​ໃຫ້​ສຳ​ເລັດ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Itar – Tass ຂອງ ລັດ​ເຊຍ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຈາກ​ຄະນະ​ເຈລະຈາ​ຂອງ ​​ປາ​ແລດ​ສະຕິ​ນ ​ໃຫ້​ຮູ້​ວ່າ: ກ່ອນ​ນັ້ນ 2 ຝ່າຍບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ຫຼັກການ​ເພື່ອ​ແນ​ໃສ່​ແກ່ຍາວ​ຄຳ​ສັ່ງ​ຢຸດ​ຍິງ​ຕື່ມ​ອີກ 1 ​ເດືອນ. ບັນດາ​ຝ່າຍ​ຈະ​ກ່າວ​ເຂົ້າ​ສູ່​ການ​ປຶກສາ​ຫາລື​ບັນດາ​ບັນຫາ​ຕົ້ນ​ຕໍ່​ເຊິ່ງພວມ​ກໍ່​ຄວາມ​ຖົກ​ຖຽງ​ກັນ, ​ເຊິ່ງກ່ອນ​ອື່ນ​ໝົດ​ແມ່ນ​ການ​ກໍ່ສ້າງ​ສະໜາມ​ບິນ ​ແລະ ທ່າ​ກຳ​ປັ່ນ​ຢູ່​ເຂດ ກາຊາ, ປ່ອຍ​ຕົວ​ນັກ​​ໂທດ ປາ​​ແລດ​ສະຕິນ ​ແລະ ມອບ​ສົ່ງ​ທະຫານ ອິດສະຣາ​ແອນ 2 ຄົນ​ຖືກ​ຫາຍ​ສາບ​ສູນ.


ຂ່າວ/ບົດ​ອື່ນ