ຄຳເຫັນຂອງຜູ້ມີສິດເລືອກຕັ້ງຕີລາຄາສູງວາລະປະຊຸມປຶກສາຫາລືຂອງສະພາແຫ່ງຊາດກ່ຽວກັບສະພາບເສດຖະກິດສັງຄົມ

ຄຳເຫັນຂອງຜູ້ມີສິດເລືອກຕັ້ງຕີລາຄາສູງວາລະປະຊຸມປຶກສາຫາລືຂອງສະພາແຫ່ງຊາດກ່ຽວກັບສະພາບເສດຖະກິດສັງຄົມ - ảnh 1
(​ພາບປະກອບ)

(vovworld) –​​​ ​ ຕາມ​ລາຍການ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 02/11 ບັນດາ​ສະມາ​ຊິກ​ສາ​ພະ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນການ​ປະຕິບັດ​ແຜນການພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016. ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດທີ່​ໄດ້​ຊີ້ອອກ​ໃຫ້​ເຫັນ​ບັນດາ​ຂໍ້​ຈຳກັດ, ຈຸດ​ອ່ອນ​ຂອງ​ພື້ນຖານ​ເສດຖະກິດຂອງຫວຽດນາມຢ່າງ​ກົງ​ໄປ​ກົງ​ມາ, ນຳສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ, ພັດທະນາ​ໃນ​ປີ 2016 ​ແລະ 5 ປີ​ຈະ​ມາ​ເຖິງ (2016 - 2020). ທ່ານ ບູ່​ຍຢາ​ຮ໋ຽວ ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ ​ໂຮ່ຈີ​ມິນ ມີ​ຄຳ​​ເຫັນວ່າ:

        “ ຂ້າພະ​ເຈົ້າສົນ​ໃຈ​ ​ເຖິງ 2 ບັນຫາ, ທີ 1 ​ແມ່ນ​ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​​ໃໝ່, ຮັກສາ​ອັດຕາ​ ​ໄພ​ເງິນ​ເຟີ້ ​ແລະ ສືບ​ຕໍ່​ມີ​ບັນດາ​ວິທີ​ການ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສຳ​ພັດ​ກັບ​ແຫຼ່ງທຶນ. ທີ 2 ​​ແມ່ນ​ເລື່ອງ​ຊາວ​ກະ​ສິກ​ອນຍັງ​ບໍ່​ທັນ​ໄດ້​ຮັບ​ການ​ອຸປະຖຳ, ສ້າງ​ເງື່ອນ​ໄຂ​ໃນ​ການ​​ເຮັດ​ເຄື່ອງໝາຍ​ການ​ຄ້າ​ຜະລິດ​ຕະພັນ​ກະ​ເສດ ຫວຽດນາມ ຈາກ​ກົນ​ໄກ​ແຫ່ງ​ລັດ”

ສ່ວນ​ທ່ານ ອາລີ​ງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ກອນ​ຕຸ​ມ ​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ລັດ, ສະພາ​ແຫ່ງ​ຊາດມີ​ນະ​ໂຍບາຍ​ບຸລິມະສິດ​ກ່ຽວ​ກັບ​ບັນຫາການ​ພັດທະນາ​ເສດຖະກິດ - ສັງຄົມຢູ່​​ເຂດ​ທີ່​ທຸກ​ຍາກ​, ສຸມ​ໃສ່ການ​ລົງທຶນ​​ເຂົ້າ​ຈຸດ​ສຳຄັນ​ພິ​ເສດ​ຢູ່​ບັນດາ​ເຂດ​ຫ່າງ​ໄກ​ສອກ​ຫຼີກ. ສະ​ເໜີ​ລັດຖະບານ​ມີ​ນະ​ໂຍບາຍ​ບຸລິມະສິດ​ເກັບ​ຊື້​ຜະລິດ​ຕະພັນ​ກະ​ເສດ, ຮັບປະກັນ​ການຈຳໜ່າຍ​ຜະລິດ​ຕະພັນ ​ແລະ ຊົມ​​ໃຊ້​ຜະລິດ​ຕະພັນ​ໃຫ້​​ແກ່ປະຊາຊົນ”

ຂ່າວ/ບົດ​ອື່ນ