ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ​ກ່ຽວ​ກັບ​ສັນ​ຍາ EVFTA

(VOVWORLD) -ສັນຍາສະບັບດັ່ງກ່າວ ໄດ້ສ້າງກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມຍູ້ແຮງການເປີດຕະຫຼາດສົ່ງອອກ, ແຕ່ພ້ອມກັນນັ້ນ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢູ່ຕະຫຼາດພາຍໃນ.
ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ​ກ່ຽວ​ກັບ​ສັນ​ຍາ EVFTA - ảnh 1 ທ່ານ Jonhnathan ແຮ້ງຫງວຽນ, ປະທານກຸ່ມບໍລິສັດ ລຽນທ໊າຍບິ່ງເຢືອງ  (ພາບ: nhadautu.vn)

        ຢູ່ນະຄອນໂຮ່ຈີມິນ, ວິສາຫະກິດຈຳນວນໜຶ່ງ ໄດ້ສະເໜີບັນດາອົງການທີ່ມີໜ້າທີ່ຮັບຜິດຊອບໜູນຊ່ວຍແນະນຳ, ຝຶກອົບຮົມແຕ່ລະຂະແໜງສິນຄ້າໃຫ້ລະອຽດ ເພື່ອຍາດແຍ່ງສິ່ງທີ່ດີຈາກສັນຍາການຄ້າເສລີ ຫວຽດນາມ - ເອີຣົບ (EVFTA). ທ່ານ Jonhnathan ແຮ້ງຫງວຽນ, ປະທານກຸ່ມບໍລິສັດ ລຽນທ໊າຍບິ່ງເຢືອງ, ໃຫ້ຂໍ້ສັງເກດວ່າ ສັນຍາສະບັບດັ່ງກ່າວ ໄດ້ສ້າງກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມຍູ້ແຮງການເປີດຕະຫຼາດສົ່ງອອກ, ແຕ່ພ້ອມກັນນັ້ນ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢູ່ຕະຫຼາດພາຍໃນ. ດັ່ງນັ້ນ, ບັນດາວິສາຫະກິດພາຍໃນປະເທດ ຕ້ອງຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການສະໜອງສິນຄ້າ:

        “ປັດຈຸບັນ, ມີຫຼາຍວິສາຫະກິດຍັງບໍ່ທັນມີຄວາມເຂົ້າໃຈແຈ້ງກ່ຽວກັບຂໍ້ກໍານົດຂອງສັນຍາ EVFTA ເປັນແນວໃດ. ສຳລັບສິນຄ້ານຳເຂົ້າ ຈະສ້າງກຳລັງກົດດັ່ນ, ເພາະວ່າ ບັນດາກຸ່ມບໍລິສັດໃຫຍ່ເຂົ້າມາຫວຽດນາມ ຈະໄດ້ຊົມໃຊ້ບຸລິມະສິດຫຼຸດອັດຕາພາສີລົງລະດັບຕ່ຳສຸດ, ສະນັ້ນ, ພວກເຮົາຕ້ອງຮັກສາຕະຫຼາດພາຍໃນປະເທດຂອງພວກເຮົາ, ຕ້ອງກຽມພ້ອມປະເຊີນໜ້າກັບບັນຫານີ້. ຂ້າພະເຈົ້າຫວັງວ່າ ລັດ ຈະມີນະໂຍບາຍປະສານງານ ເພື່ອໃຫ້ບັນດາສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດຄົງຕົວ ແລະ ພັດທະນາໄດ້”.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ