ງານຕະຫຼາດນັດHanoiGiftShow2014
ການປະຊຸມຂ່າວຂອງຄະນະຈັດຕັ້ງ
(ພາບ: Ngoc Anh)
(vovworld) – ງານຕະຫຼາດນັດສິນຄ້າສິລະປະຫັດຖະກຳ ຮ່າໂນ້ຍ ປີ 2014 (Hanoi Gift Show 2014) ຖືກຈັດຕັ້ງຂຶ້ນໃນລະຫວ່າງວັນທີ 27 – 30/10, ຢູ່ສູນຕະຫຼາດນັດວາງສະແດງ ຫວຽດນາມ, ຢູ່ ຮ່າໂນ້ຍ. Hanoi Gift Show 2014 ມີຮ້ານວາງສະແດງ 550 ຮ້ານຂອງວິສາຫະກິດ ຮ່າໂນ້ຍ ແລະ ຫຼາຍແຂວງ, ນະຄອນຢູ່ທົ່ວປະເທດເກືອບ 300 ແຫ່ງ. ບັນດາກຸ່ມຜະລິດຕະພັນຕົ້ນຕໍທີ່ວາງສະແດງຢູ່ທີ່ນີ້ລວມມີ: ສິນຄ້າສິລະປະຫັດຖະກຳ ແລະ ເຄື່ອງປະດັບໃນຄອບຄົວ, ຜະລິດຕະພັນໄມ້, ຕ່ຳແຜ່ນ, ປັກແສ່ວ, ເຄື່ອງສຳອາງ… ໃນຂອບເຂດຂອງ Hanoi Gift Show 2014 ມີງານວາງສະແດງຕະຫຼາດນັດແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຈາກຂະບວນການ “ແຕ່ລະໝູ່ບ້ານອາຊີບມີຜະລິດຕະພັນໜຶ່ງ” ຂອງຮ່າໂນ້ຍ, ບາງແຂວງ, ນະຄອນໃນທົ່ວປະເທດ ແລະ ບັນດາປະເທດ ລາວ, Nepal, ອິນໂດເນເຊຍ.