ງານບຸນຕ້ອນຮັບບຸນປີໃໝ່ປະເພນີຂອງບັນດາປະເທດ ລາວ, ໄທ, ກຳປູເຈຍ, ມຽນມາ ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ງານບຸນໄດ້ຈັດຂຶ້ນປະຈຳປີຢູ່ນະຄອນ ໂຮ່ຈີມິນ ເພື່ອສະແດງນ້ຳໃຈມິດຕະພາບລະຫວ່າງປະຊາຊົນຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນວັດທະນະທຳ
ງານບຸນຕ້ອນຮັບບຸນປີໃໝ່ປະເພນີຂອງບັນດາປະເທດ ລາວ, ໄທ, ກຳປູເຈຍ, ມຽນມາ ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ - ảnh 1ງານບຸນຕ້ອນຮັບບຸນປີໃໝ່ປະເພນີ
(ພາບ: TTXVN)

        ວັນທີ 14 ເມສາ, ຢູ່ວັດ ໂຟມິງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ ໄດ້ສົມທົບກັບຄະນະພຸດທະສາສະໜາສາກົນສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ຈັດງານບຸນຕ້ອນຮັບບຸນປີໃໝ່ຂອງ ລາວ, ບຸນປີໃໝ່ ສົງກຣານ ຂອງໄທ, ບຸນປີໃໝ່ Chol Chhnam Thmay ຂອງ ກຳປູເຈຍ ແລະ ບຸນປີໃໝ່ Thingyang ຂອງ ມຽນມາ. ງານບຸນໄດ້ຈັດຂຶ້ນປະຈຳປີຢູ່ນະຄອນ ໂຮ່ຈີມິນ ເພື່ອສະແດງນ້ຳໃຈມິດຕະພາບລະຫວ່າງປະຊາຊົນຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນ ຫວຽດນາມ ກໍຄືປະຊາຊົນນະຄອນ ໂຮ່ຈີມິນ ກັບປະເທດເພື່ອນມິດໃກ້ຊິດສະໜິດສະໜົມ.

        ໂດຍຕາງໜ້າບັນດາສະຖານກົງສູນຂອງປະເທດເຂົ້າຮ່ວມການຕ້ອນຮັບບຸນປີໃໝ່ປະເພນີ, ທ່ານ ອຳໄພ ສຸວັນນະແສງ, ຮອງຫົວໜ້າກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ, ໄດ້ຂອບໃຈຢ່າງຈິງໃຈຄວາມເອົາໃຈໃສ່ຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ. ທ່ານຖືວ່າ, ເລື່ອງຈັດງານບຸນຕ້ອນຮັບບຸນປີໃໝ່ປະເພນີດັ່ງກ່າວ ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ໄທ - ຫວຽດນາມ ໃກ້ຊິດສະໜິດສະໜົມກັນກວ່າ, ສະແດງໃຫ້ເຫັນນ້ຳໃຈ, ຄວາມສາມັກຄີ, ພ້ອມກັນມຸ່ງໄປເຖິງເປົ້າໝາຍສ້າງສາ, ພັດທະນາປະເທດຊາດຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ