ງານບຸນອາຫານການກິນ 2017:ໂຄສະນາວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ

(VOVWORLD) - ພ້ອມກັບກັບບັນດາເຍື່ອງອາຫານພິເສດ, ບັນດາຮ້ານວາງສະແດງຍັງວາງສະແດງເຄື່ອງຫັດຖະກຳ, ເຄື່ອງທີ່ລະນຶກພົ້ນເດັ່ນຂອງໝູ່ບ້ານອາຊີບທ້ອງຖິ່ນ…
ງານບຸນອາຫານການກິນ 2017:ໂຄສະນາວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ - ảnh 1 ການມອບຂອງຂວັນໃຫ້ບັນດາຜູ້ທຸກຍາກ

ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງງານບຸນອາຫານການກິນ ປີ 2017, ງານບຸນໄດ້ຮັບການຈັດຕັ້ງຄັ້ງທີ 5 ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຮ້ານວາງສະແດງກ່ວາ 100 ຮ້ານ ພ້ອມກັບບັນດາເຍື່ອງອາຫານ ແລະ ສິນພິເສດທີ່ເປັນເອກະລັກສະເພາະຂອງວັດທະນະທຳອາຫານການກິນບັນດາເຂດພາກຂອງ ຫວຽດນາມ ແລະ ຫຼາຍປະເທດໃນໂລກ. ນີ້ແມ່ນໂອກາດເພື່ອໃຫ້ຊາວ ຮ່າໂນ້ຍ ແລະ ບັນດາເພື່ອນມິດສາກົນ ຢູ່ ຫວຽດນາມ ໄດ້ເຊື່ອມຕົວເຂົ້າກັບຮັບບັນຍາກາດງານບຸນດ້ວຍສີສັນວັດທະນະທຳຫຼາກຫຼາຍ. ພ້ອມກັບກັບບັນດາເຍື່ອງອາຫານພິເສດ, ບັນດາຮ້ານວາງສະແດງຍັງວາງສະແດງເຄື່ອງຫັດຖະກຳ, ເຄື່ອງທີ່ລະນຶກພົ້ນເດັ່ນຂອງໝູ່ບ້ານອາຊີບທ້ອງຖິ່ນ…

        ກ່າວຄຳເຫັນໄຂງານບຸນອາຫານການກິນ ປີ 2017, ທ່ານນາງ ຫງວຽນຫງວຽດງາ - ພັນລະຍາຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຢັ້ງຢືນວ່າ:

        “ປີນີ້, ງານບຸນອາຫານການກິນພິເສດທີ່ສຸດ, ຍ້ອນວ່າເປັນຄັ້ງທີ 5 ພວກເຮົາຈັດຕັ້ງງານບຸນອາຫານການກິນນີ້. ພວກເຮົາໄດ້ເຕົ້າໂຮມກັນໃນມື້ນີ້ພ້ອມກັບນ້ຳໃຈມິດຕະພາບ, ແບ່ງປັນ ແລະ ຄວາມເຂົ້າອົກເຂົ້າໃຈຮັກແພງກັນ.  ພວກເຮົາຂໍຂອບໃຈເພື່ອນມິດສາກົນ ແລະ ພວກເພື່ອນຍ້ອນການສະໜັບສະໜູນ, ການຮ່ວມເດີນທາງ ແລະ ຄວາມສຸດຈິດສຸດໃຈຕໍ່ງານບຸນອາຫານການກິນ ຊຶ່ງປຽບເໝືອນໂລກຮັດແຄບເຂົ້າຢູ່ທີ່ນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ