ງານວາງສະແດງ“ຂ່ຳນັບຊົມເຊີຍວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14”

ງານວາງສະແດງ“ຂ່ຳນັບຊົມເຊີຍວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14” - ảnh 1
(ງານວາງສະແດງ“ຂ່ຳນັບຊົມເຊີຍວັນເລືອກຕັ້ງ
ສະມາຊິກສະພາແຫ່ງຊາດຊຸດທີ14)


(vovworld) - ຕອນ​ເຊົ້າ​ວັນ​ທີ 26/04, ຢູ່​ຫໍ​ພິ​ພິດ​ຕະ​ພັນ​ນະ​ຄອນ​ເກີນ​ເທີ, ພະ​ແນ​ກວັດ​ທະ​ທຳ, ກິ​ລາ ແລະ ທ່ອ​ງ​ທ່ຽວ​ນະ​ຄອນ​ເກີນ​ເທີ ໄດ້​ໄຂ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ “ຂ່ຳ​ນັບ​ຊົມ​ເຊີຍ​ວັນ​ເລືອກ​ຕັ້ງ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016 - 2021”. ງານ​ວາງ​ສະ​ແດງ​ໄດ້​ວາງ​ສະ​ແດງ​ພາບ​ຖ່າຍ 120 ແຜ່ນ ກ່ຽວ​ກັບ​​​ການເລືອງ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທົ່ວ​ປະ​ເທດ, ​ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​​ຄັ້ງ​ຕ່າງໆ, ບັນ​ດາ​ຜົນ​ງານ​ໃນ​ການ​ພັ​ດ​ທະ​ນາ​ປະ​ເທດ​ຊາດ​ເວົ້າ​ລວມ ແລະ ຂອງ​ນະ​ຄອນ​ເກີນ​ເທີ​ ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ວຽກ​ງານ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ນັບ​ແຕ່​ປີ 1945 ມາ​ຮອດ​ປະ​ຈຸ​ບັນ. ບັນ​ດາ​ພາບ​ຖ່າຍ​ເຫຼົ່າ​ນັ້ນ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​​ນະກ່ຽວ​ກັບ​ທີ່​ຕັ້ງ, ບົດ​ບາດ, ຄວາມ​ສຳ​ຄັນ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະສະ​ພາ​ປະ​ຊາ​ຊົນ​ທຸກ​ຄັ້ນ​ ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ.

ຂ່າວ/ບົດ​ອື່ນ