ງານໂຮມຊຸມນຸມຕອບສະໜອງວັນສຳຜັດດ້ວຍຕາສາກົນ13/10

ງານໂຮມຊຸມນຸມຕອບສະໜອງວັນສຳຜັດດ້ວຍຕາສາກົນ13/10 - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 13/10, ຢູ່​ເມືອງ ເດີນ​ເຢືອງ, ແຂວງ​ເລີມ​ດົ່ງ, ສູນ​ປ້ອງ​ກັນ, ຕ້ານ​ບັນ​ດາ​ພະ​ຍາດ​ສັງ​ຄົມ​ ເລີມ​ດົ່ງ ແລະ ສູນ​ສາ​ທາ​ລະ​ນະ​ສຸກ​ເມືອງ ເດີນ​ເຢືອງ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ໂຮ​ມ​ຊຸມ​ນຸມ​ຕອບ​ສະ​ໜອງວັນ​ສ​ຳ​ພັດ​ດ້ວຍ​ຕາ​ສາ​ກົນ 13/10. ທີ່​ພິ​ທີ, ຜູ້​ຕ​າງ​ໜ້າ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໄດ​້​ໂຄ​ສ​ະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ສະ​ພາບ​​ຄົນ​ຕາ​ບອດ ແລະ ບັນ​ດາ​ພະ​ຍາດ​ກ່ຽວ​ກັບ​ຕາ​ໃນ​ໂລກກໍ່​ຄື​ຢູ່ ຫວຽດ​ນາມ, ວິ​ທີ​ປ້ອງ​ກັນ​ຕ້ານ​ພະ​ຍາດຕາ​ບອດ ແລະ ບັນ​ດາ​ພະ​ຍາດ​ກ່ຽວ​ກັບ​ຕາ. ຫົວ​ຂໍ​້​ຂອງວັນ​​ສຳ​ພັດ​ດ​້ວຍຕາ​ສາ​ກົນ​ປີນີ້​ແມ່ນ “ເພື່ອ​​ຮັກ​ສາ​ດວງ​ຕາ, ​ບໍ່​ຄວນນ​ຳ​ໃຊ້​ບັນ​ດາ​ອຸ​ປະ​ກອນ​ເອ​ເລັກ​ໂຕ​ນິກ​ໃນ​ເວ​ລາ​ເກີນ 45 ນາ​ທີຢ່າງ​ລຽນ​ຕິດ”.

        ເນື່ອງ​ໃນ​ໂອ​ກາດນີ້, ສູນ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ສັງ​ຄົມ​ແຂວງ ເລີມ​ດົ່ງ ແລະ ສູນ​ສາ​ທາ​ລະ​ນະ​ສ​ຸກ​ເມືອງ ເດີນ​ເຢືອງ ໄດ້​ຈັດ​ຕັ້ງ​ການກວດ​, ສະ​ໜອງ​ຢຸກ​ຢາ​ໂດຍບໍ່​ຕ້ອງ​ເສຍ​ຄ່າ​ໃຫ​້​ຄົນ​ເຈັບ​ທີ່​ເປັນ​ພະ​ຍາດ​ກ່ຽວ​ກັບ​ຕາກ່​ວາ 200 ຄົນ.


ຂ່າວ/ບົດ​ອື່ນ