ຈັດຕັ້ງພິທີງານສົບຂັ້ນສູງໃຫ້9ສະມາຊິກຈຸບິນCASA-212

ຈັດຕັ້ງພິທີງານສົບຂັ້ນສູງໃຫ້9ສະມາຊິກຈຸບິນCASA-212 - ảnh 1
ພິທີ​ງານ​ສົບ​ຂັ້ນ​ສູງ​ໃຫ້ນັກ​ບິນຈຸ​ບິນ
 CASA – 212 9 ຄົນ​ຖືກ​ເສຍ​ສະ​ຫຼະຊີວິດ

(vovworld) – ພິທີ​ງານ​ສົບ​ຂັ້ນ​ສູງ​ໃຫ້ນັກ​ບິນຈຸ​ບິນ CASA – 212 9 ຄົນ​ຖືກ​ເສຍ​ສະ​ຫຼະຊີວິດ​ໃນ​ຂະນະ​ທີ່​ປະຕິບັດ​ໜ້າ​ທີ່​ຊອກ​ຫາກູ້​ໄພ​ກູ້​ຊີບ ຖືກ​ດຳ​ເນີນ​ຢ່າງ​ສົມ​ກຽດໃນ​ຕອນ​ເຊົ້າ​ວັນ​ທີ 30/06 ຢູ່ຫໍ​ງານ​ສົບ​ແຫ່ງ​ຊາດ​ກະຊວງ​ປ້ອງ​ກັນ​ປະ​ເທດຢ່າງ​ສົມ​ກຽດ​.

        ທ່ານ​ເລຂາ​ທິການ​ໃຫຍ່ ຫວຽນ​ຟຸຈ້ອງ ​ເລຂາທິການ​ຄະນະ​ພັກ​ການ​ທະຫານສູນ​ກາງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ປະທານ​ສະ​ພາ​ແຫ່ງ​ຊາດ ຫວຽນ​ທິກີ​ມ​ເງິນ ພ້ອມ​ກັບບັນດາ​ອົງການ​ຈັດ​ຕັ້ງ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ປະຊາຊົນ ​ເຂົ້າ​​​ໄຫວ້​ອາ​ໄລ. ​ໃນປື້​ມ​ໄຫ​ວ້ອາ​ໄລ ການ​ນຳ ພັກ, ລັດ ລ້ວນ​ແຕ່​ຢືນຢັນ​ວ່າ: ພັກ, ລັດ, ກອງທັບ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຈົດ​ຈຳບຸນຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ບັນດາ​ນັກ​ບິນ ​ແລະ ສະມາຊິກຈຸ​ບິນ CASA – 212 ​ເພື່ອ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

 

 

ຂ່າວ/ບົດ​ອື່ນ