ຈັດສັບປະດາວັດທະນະທຳ - ທ່ອງທ່ຽວ ດ້ຽນບຽນ ແລະ ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ເຫດການຈັດຂຶ້ນຮອດວັນທີ 06 ທັນວາ, ເພື່ອແນໃສ່ຍູ້ແຮງການຮ່ວມືສຳພັນພັດທະນາດ້ານການທ່ອງທ່ຽວ ດ້ຽນບຽນ ແລະ ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ກັບທົ່ວປະເທດ ແລະ ສາກົນ
ຈັດສັບປະດາວັດທະນະທຳ - ທ່ອງທ່ຽວ ດ້ຽນບຽນ ແລະ ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ຢູ່ນະຄອນ ໂຮ່ຈີມິນ - ảnh 1 (ສັບປະດາວັດທະນະທຳ - ທ່ອງທ່ຽວ ດ້ຽນບຽນ ແລະ ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອຢູ່ນະຄອນ ໂຮ່ຈີມິນ)

        ສັບປະດາວັດທະນະທຳ - ທ່ອງທ່ຽວ ດ້ຽນບຽນ ແລະ ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອຢູ່ນະຄອນ ໂຮ່ຈີມິນ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 04 ທັນວາ, ຢູ່ເຂດຖະໜົນຍ່າງ ຫງວຽນເຫວະ. ເຫດການຈັດຂຶ້ນຮອດວັນທີ 06 ທັນວາ, ເພື່ອແນໃສ່ຍູ້ແຮງການຮ່ວມືສຳພັນພັດທະນາດ້ານການທ່ອງທ່ຽວ ດ້ຽນບຽນ ແລະ ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ກັບທົ່ວປະເທດ ແລະ ສາກົນ, ຜ່ານບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາດ, ຄື: ກອງປະຊຸມໂຄສະນາ, ສົ່ງເສີມການທ່ອງທ່ຽວ; ລາຍການພົບປະສະແດງສິລະປະດ້ວຍຫົວຂໍ້ ດ້ຽນບຽນ - ທິດຕາເວັນຕົກສ່ຽງເໜືອ -  ນະຄອນ ໂຮ່ຈີມິນ ເຊື່ອມຕໍ່ ແລະ ພັດທະນາ…

        ທີ່ພິທີໄຂ, ປະຊາຊົນນະຄອນ ໂຮ່ຈີມິນ ແລະ ແຂກທ່ອງທ່ຽວສາກົນໄດ້ເຊື່ອມຕົວເຂົ້າກັບວັດທະນະທຳເຂດພູສູງ, ເຂົ້າຮ່ວມວັດທະນະທຳປະຊາຄົມຂອງບັນດາຊົນເຜົ່າ, ຄື: ຜູ້ໄທ, ມົ້ງ, ຮ່າຍີ່, ຢ້າວ… ອ້າຍ Maksim, ແຂກທ່ອງທ່ຽວມາຈາກ ລັດເຊຍ, ແບ່ງປັນວ່າ:

        “ຂ້າພະເຈົ້າບໍ່ຮູ້ວັດທະນະທຳບັນດາເຜົ່າສ່ວນໜ້ອຍຂອງ ຫວຽດນາມ ຫຼາຍປານໃດ. ພວກຂ້າພະເຈົ້າກໍ່ຢາກຊອກຮູ້. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ພວກຂ້າພະເຈົ້າເຫັນໄດ້ຄວາມແຕກຕ່າງກັນລະຫວ່າງບາງຊົນເຜົ່າຂອງ ຫວຽດນາມ, ມີຄວາມເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ