ຈີນ ກ່າວປະນາມ ການກະທໍາຂອງ ອາເມລິກາ ຕໍ່ ກຸ່ມບໍລິສັດ Huawei

(VOVWORLD) -ຈີນ ຢັ້ງຢືນວ່າ ຈະ “ຕັດສິນໃຈເດັດດ່ຽວປົກປ້ອງບັນດາບໍລິສັດຂອງປະເທດນີ້” 

        ວັນທີ 16 ພຶດສພາ, ຈີນ ຢັ້ງຢືນວ່າ ຈະ “ຕັດສິນໃຈເດັດດ່ຽວປົກປ້ອງບັນດາບໍລິສັດຂອງປະເທດນີ້” ພາຍຫຼັງ ວໍຊິງຕັນ ຖືບັນດາອຸປະກອນໂທລະຄົມມະນາຄົມຂອງກຸ່ມບໍລິສັດ Huawei ແມ່ນຄວາມສ່ຽງດ້ານຄວາມໝັ້ນຄົງ. ທ່ານ ຫຼຸກາງ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຕໍາໜິຕິຕຽນການກະທໍາຂອງ ອາເມລິກາວ່າ ແມ່ນ “ສວຍໃຊ້ບັນດາມາດຕະການຄວບຄຸມການສົ່ງອອກ”, ພາຍຫຼັງອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດໃຊ້ລັດຖະດໍາລັດຮຽກຮ້ອງ Huawei ຕ້ອງໄດ້ຮັບການອະນຸຍາດຂອງລັດຖະບານປະເທດນີ້ ເພື່ອປະຕິບັດການເຄື່ອນໄຫວຊື້ຂາຍ. ທ່ານ ຫຼຸກາງ ເວົ້າວ່າ: “ພວກຂ້າພະເຈົ້າເລັ່ງລັດ ອາເມລິກາ ຢຸດຕິວິທີສໍາຜັດທີ່ຜິດພາດນີ້. ຈີນ ຈະປະຕິບັດບັນດາມາດຕະການທີ່ຈໍາເປັນເຕີ່ມອີກ ເພື່ອແນໃສ່ປົກປ້ອງບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາວິສາຫະກິດ ຈີນ ຢ່າງເດັດຂາດ.     


ຕອບກັບ

ຂ່າວ/ບົດ​ອື່ນ