ຈີນ ບໍ່​ຕ້ອງ​ມີ​ອົງ​ກາ​ນ​ໜຶ່ງ​ຄື NATO ຢູ່ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -ກະຊວງການຕ່າງປະເທດ ຈີນ ອີກຄັ້ງໜຶ່ງໄດ້ເນັ້ນໜັກວ່າ ບໍ່ຈຳເປັນຕ້ອງສ້າງຕັ້ງອົງການ 1 ຄືອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ ອາຊີ - ປາຊີຟິກ. 

ວັນທີ 12 ພຶດສະພາ, ກະຊວງການຕ່າງປະເທດ ຈີນ ອີກຄັ້ງໜຶ່ງໄດ້ເນັ້ນໜັກວ່າ ບໍ່ຈຳເປັນຕ້ອງສ້າງຕັ້ງອົງການ 1 ຄືອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ ອາຊີ - ປາຊີຟິກ. ນີ້ໄດ້ຮັບຖືວ່າ ແມ່ນປະຕິກິລິຍາຂອງ ຈີນ ຕໍໍ່ການຖະແຫຼງຂອງທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາເມລິກາ ທ່ານ Koji Tomita ກ່ອນນີ້ 2 – 3 ວັນ ທີ່ວ່າ ຍີ່ປຸ່ນ ພວມມານະພະຍາຍາມມຸ່ງໄປເຖິງການເປີດຫ້ອງການຕາງໜ້າຂອງ NATO ປະຈຳ ນະຄອນຫຼວງ ໂຕກຽວ.

        ກ່ອນໜ້ານັ້ນ, ທ່ານເອກອັກຄະລັດຖະທູດ Koji Tomita ກ່າວຄໍາປາໄສດັ່ງກ່າວຢູ່ເຫດການໜຶ່ງ ໂດຍສະໂມສອນສື່ມວນຊົນແຫ່ງຊາດຈັດຂຶ້ນຢູ່ ນະຄອນຫຼວງ ວໍຊິງຕັນ (ອາເມລິກາ), ເມື່ອຖືກຖາມກ່ຽວກັບບົດລາຍງານທີ່ເອົາລົງໃນໜັງສືພິມ Nikkei ອາຊີ ໃນເດືອນນີ້ ເຊິ່ງມີເນື້ອໃນກ່ຽວຂ້ອງເຖິງເລື່ອງ NATO  ພວມມີແຜນການເປີດຫ້ອງການຜູ້ຕາງໜ້າແຫ່ງທໍາອິດຢູ່ ອາຊີ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການປຶກສາຫາລືໃນພາກພື້ນ. 


ຕອບກັບ

ຂ່າວ/ບົດ​ອື່ນ