ຈີນ, ສ.ເກົາຫຼີ ປຶກ​ສາ​ຫາ​ລື​ກັບ​ທູດ​ພິ​ເສດ​ຂອງ ອາ​ຊຽນ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ມຽນ​ມາ

(VOVWORLD) -ວັນທີ 18 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດຈີນຫວ່າງອີ  ໄດ້ເຈລະຈາທາງໂທລະສັບ ກັບທ່ານ Erywan Yusof ທູດພິເສດຂອງອາຊຽນຮັບຜິດຊອບບັນຫາຢູ່ມຽນມາແລະກໍ່ແມ່ນລັດຖະມົນຕີຜູ້ທີ 2 ຂອງບຣູໄນກ່ຽວກັບສະພາບການຢູ່ມຽນມາ.

ຈີນ, ສ.ເກົາຫຼີ ປຶກ​ສາ​ຫາ​ລື​ກັບ​ທູດ​ພິ​ເສດ​ຂອງ ອາ​ຊຽນ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ມຽນ​ມາ - ảnh 1ທ່ານ Erywan Yusof ທູດພິເສດຂອງ ອາຊຽນ (ພາບ: straitstimes)

ທີ່ການເຈລະຈາທາງໂທລະສັບ, ທ່ານລັດຖະມົນຕີ ຫວ່າງອີ ໄດ້ສະເໜີບາງມາດຕະການປະກອບສ່ວນເຂົ້າໃນການແກ້ໄຂວິກິດການຢູ່ ມຽນມາ, ໃນນັ້ນມີການພົບປະກັບທຸກຝ່າຍຢູ່ ມຽນມາ ຢ່າງສົມເຫດສົມຜົນ, ສ້າງຄວາມໄວ້ເນື້ອເຊື່ອໃຈເທື່ອລະກ້າວ, ກໍ່ຄືສະຫງວນບຸລິມະສິດແຖວໜ້າໃຫ້ແກ່ເລື່ອງໜູນຊ່ວຍ ມຽນມາ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ຄຽງຂ້າງນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ກໍ່ຍົກສູງບົດບາດຂອງ ບຣູໄນ ຊື່ງແມ່ນປະເທດພວມດຳລົງຕຳແໜ່ງປະທານໜູນວຽນອາຊຽນ, ຕໍ່ການພັດທະນາຂອງການພົວພັນລະຫວ່າງ ຈີນ ແລະ ອາຊຽນ.

ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui-yong ແລະ ຄູ່ຮ່ວມຕຳແໜ່ງ ບຣູໄນ ທ່ານ Erywan Yusof ກໍ່ໄດ້ມີການເຈລະຈາທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບບັນຫາການຮ່ວມມືດ້ານມະນຸດສະທຳ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງ ມຽນມາ. ຖະແຫຼງການຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າຈະມີການຮ່ວມມືຢ່າງຕັ້ງໜ້າ ເພື່ອຊ່ວຍແກ້ໄຂວິກິດການປັດຈຸບັນຢູ່ ມຽນມາ, ກໍ່ຄືຮັບປະກັນບັນດາກອງປະຊຸມຂັ້ນສູງໂດຍ ອາຊຽນ ເປັນເຈົ້າພາບຈັດຂຶ້ນ ເຊິ່ງຄາດວ່າຈະປະສົບຜົນສຳເລັດໃນເດືອນ ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ