ຈີນ: ເກີດເຫດບຸກໂຈມຕີຢູ່ສະຖາບັນເຕັກນິກ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ ນັບເປັນສິນໆຄົນ

(VOVWORLD) -ເຫດບຸກໂຈມຕີດັ່ງກ່າວ ເກີດຂຶ້ນໃນເວລາ 11 ໂມງ 26 ນາທີ ຂອງວັນທີ 23 ພະຈິກ. 

        ວັນທີ 23 ພະຈິກ, ມີຜູ້ຊາຍຄົນໜຶ່ງທີ່ຖືອາວຸດ ໄດ້ເຂັ່ນຂ້ານັກສຶກສາຄົນໜຶ່ງ ແລະ ເຮັດໃຫ້ 11 ຄົນອື່ນຖືກຮັບບາດເຈັບ ທີ່ສະຖາບັນເຕັກນິກ ຢູ່ແຂວງ ຢຸ໊ນໜານ, ທາງທິດຕາເວັນຕົກສ່ຽງໃຕ້ຂອງຈີນ. ໃນສື່ສັງຄົມອອນລາຍ Weibo,  ເຈົ້າໜ້າທີ່ນະຄອນ ອານໜິງ ໃຫ້ຮູ້ວ່າ ເຫດບຸກໂຈມຕີດັ່ງກ່າວ ເກີດຂຶ້ນໃນເວລາ 11 ໂມງ 26 ນາທີ ຂອງວັນທີ 23 ພະຈິກ. ຕົວການ ແມ່ນຊາຍໜຸ່ມຄົນໜຶ່ງ ອາຍຸ 20 ປີ ຕະກຸນ ຢາງ ໄດ້ດໍາເນີນການບຸກໂຈມຕີ ເຮັດໃຫ້ ນັກສຶກສາ 9 ຄົນ ແລະ ນາຍຄູ 02 ຄົນ ຢູ່ສະຖາບັນເຕັກນິກ ຖືກຮັບບາດເຈັບ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ບໍ່ເຜີຍໃຫ້ຮູ້ລະອຽດວ່າ ຕົວການໄດ້ນໍາໃຊ້ອາວຸດປະເພດໃດໃນເຫດບຸກໂຈມຕີດັ່ງກ່າວ. ປັດຈຸບັນ, ຕໍາຫຼວດພວມດໍາເນີນການສືບສວນກ່ຽວກັບກໍລະນີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ