ການປຶກ “2+2” ລະຫວ່າງ ຈີນ - ມຽນມາ
(ພາບ: chinamil.com.cn)
|
(vovworld) – ວັນທີ 26/11, ຢູ່ນະຄອນຫຼວງ Nay Pyi Taw ຂອງປະເທດ ມຽນມາ, ບັນດາເຈົ້າໜ້າທີ ຈີນ ແລະ ມຽນມາ ໄດ້ດຳເນີນຮອບປຶກສາດ້ານການຕ່າງປະເທດ ແລະ ປ້ອງກັນປະເທດ “2+2” ທຳອິດດ້ວຍຈຸດສຸມຂອງການປຶກສາຫາລືແມ່ນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ບັນດາເຂດຊາຍແດນລະຫວ່າງ 2 ປະເທດ.
ທັງສອງຝ່າຍໄດ້ເຫັນດີເປັນເອກະສັນວ່າ: ຈີນ ແລະ ມຽນມາ ເປັນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງ 2 ປະເທດ ພວມພັດທະນາອັນດີງາມ. ປັກກິ່ງ ກະຕຸກຊຸກຍູ້ບັນດາຝ່າຍກ່ຽວຂ້ອງພ້ອມກັນສົມທົບກັນເພື່ອສິ້ນສຸດສະພາບຄວາມເຄັ່ງຕຶງ ຢູ່ພາກເໜືອ ມຽນມາ ໂດຍໄວ ແລະ ຟື້ນຟູສັນຕິພາບ, ສະຖຽນລະພາບຢູ່ເຂດຊາຍແດນລະຫວ່າງ 2 ປະເທດ. ຮອບປຶກສາຄັ້ງທີ ສອງ ຈະ ຈັດຕັ້ງຂຶ້ນຢູ່ ຈີນ ໃນປີ 2017.