ພາບປະກອບ:internet
|
(vovworld) - ວັນທີ 18/4, ລັດຖະບານຈີນ ຕົກລົງຢຸດຕິການເຄື່ອນໄຫວຄ້າຂາຍນົກທຸກປະເພດເພື່ອສະກັດກັ້ນການແຜ່ລາມຂອງໄວຣັດໄຂ້ຫວັດສັກປີກ H7N9. ກົມປ່າໄມ້ຈີນ ສະເຫນີວົງການເຈົ້າຫນ້າທີ່ບັນດາທ້ອງຖິ່ນ ຕ້ອງຍູ້ແຮງການກວດກາໂລກລະບາດ, ຢຸດຕິບັນດາການເຄື່ອນໄຫວຄ້າຂາຍນົກ. ໃນວັນດຽວກັນ, ຈີນ ຮັບຮູ້ມີຕື່ມອີກ 4 ຄົນຖືກຕິດໄວຣັດໄຂ້ຫວັດສັດປີກ H7N9 ຍົກຈຳນວນຜູ້ຕິດໂລກລະບາດດັ່ງກ່າວຂຶ້ນເຖິງ 87 ຄົນ, ໃນນັ້ນ ມີ 17 ຄົນຖືກເສຍຊີວິດ.