ຈໍານວນຜູ​້ຕິດ​​ໂລກລະບາດ​ໂຄ​ວິດ - 19 ​ໃນ​ໂລກ​ໄດ້​ລື່ນ​ກາຍ​ລະດັບ 2,6 ລ້ານຄົນ

(VOVWORLD) -ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນທົ່ວໂລກແມ່ນ 716.811 ຄົນ ແລະຍັງເຫຼືອ 56.678 ຄົນພວມຢູ່ໃນສະພາບອັນຕະລາຍ.
ຈໍານວນຜູ​້ຕິດ​​ໂລກລະບາດ​ໂຄ​ວິດ - 19 ​ໃນ​ໂລກ​ໄດ້​ລື່ນ​ກາຍ​ລະດັບ 2,6 ລ້ານຄົນ - ảnh 1 (ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິworldometers.infoແລ້ວ, ໄລ່ຮອດຕອນເຊົ້າວັນທີ 23 ເມສາ, ຕາມເວລາຫວຽດນາມ, ໃນທົ່ວໂລກໄດ້ມີຜູ້ຕິດໂລກລະບາດໂຄວິດ - 19 ຈໍານວນ 2.631.025 ຄົນ, ໃນນັ້ນຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ ໄດ້ຂຶ້ນເຖິງເກືອບ 184.000 ກໍລະນີ. ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນທົ່ວໂລກແມ່ນ 716.811 ຄົນ ແລະ ຍັງເຫຼືອ 56.678 ຄົນພວມຢູ່ໃນສະພາບອັນຕະລາຍ.

ອາເມລິກາຍັງຄົງແມ່ນປະເທດນໍາໜ້າໃນໂລກກ່ຽວກັບຈໍານວນກໍລະນີຕິດເຊື້ອໄວຣັດ SARS-CoV-2 ດ້ວຍກວ່າ 845.000 ກໍລະນີ ແລະ 48.000 ກໍລະນີເສຍຊີວິດ. ຖັດມາແມ່ນ ແອັດສະປາຍ, ອີຕາລີ ແລະຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ