ຈ່າວີງ, ຊອກຈັງ ຈັດງານແຂ່ງຂັນຊ່ວງເຮືອຮັບຕ້ອນງານບຸນ Ok Om Bok

(VOVWORLD) - ເຂົ້າຮ່ວມງານບຸນປີນີ້, ມີທິມເຮືອຊ່ວງ 9 ທິມຂອງແຂວງ ຈ່າວີງ ແລະ ທິມແຂກຖືກເຊີນຂອງເທດສະບານ ບິ່ງມິງ, ແຂວງ ຫວີງລອງ.
ຈ່າວີງ, ຊອກຈັງ ຈັດງານແຂ່ງຂັນຊ່ວງເຮືອຮັບຕ້ອນງານບຸນ Ok Om Bok - ảnh 1ການຊ່ວງເຮືອທີ່ງານບຸນ (ພາບ: Thanh Hoà/TTXVN)

ໃນລະຫວ່າງວັນທີ 25 – 26 ພະຈິກ, ງານແຂ່ງຂັນບຸນຊ່ວງເຮືອແຂວງ ຈ່າວີງ ເປີດກ້ວາງ ຮັບຕ້ອນງານບຸນ Ok Om Bok ປີ 2023 ຂອງຊາວເຜົ່າ ຂະແມ ໂດຍໄດ້ຮັບການຈັດຂຶ້ນຢູ່ແມ່ນ້ຳ ລອງບິ່ງ, ນະຄອນ ຈ່າວີງ. ເຂົ້າຮ່ວມງານບຸນປີນີ້, ມີທິມເຮືອຊ່ວງ 9 ທິມຂອງແຂວງ ຈ່າວີງ ແລະ ທິມແຂກຖືກເຊີນຂອງເທດສະບານ ບິ່ງມິງ, ແຂວງ ຫວີງລອງ. ໝາກຜົນສຸດທ້າຍ, ທິມເຮືອຊ່ວງເມືອງ ກ່າງລອງ (ແຂວງ ຈ່າວີງ) ຍາດໄດ້ຂັນຊະນະເລີດ. ທ່ານ ເລວັນຫັນ, ປະທານຄະນະກຳມະການປະຊາຊົນ ແຂວງ ຈ່າວີງ, ໃຫ້ຮູ້ວ່າ:

        “ການແຂ່ງຂັນຊ່ວງເຮືອປີນີ້ ມີທິມຈາກແຂວງອື່ນມາເຂົ້າຮ່ວມເພື່ອຮັບຕ້ອນງານບຸນ. ງານບຸນນີ້ໄດ້ປະຕິບັດບົນຈິດໃຈເຊີດຊູ, ຮັກສາສີສັນວັດທະນະທຳຂອງຊາວເຜົ່າຂະແມ”.

        ເນື່ອງໃນໂອກາດນີ້, ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດ ອາວບ່າ ອອມ ຍັງໄດ້ຈັດບັນດາການເຄື່ອນໄຫວວາງສະແດງ, ສິລະປະ, ກິລາ, ຮັບໃຊ້ພໍ່ແມ່ປະຊາຊົນເຜົ່າຂະແມໃນແຂວງ ແລະ ແຂກທ່ອງທ່ຽວໃນສັບປະດາວັດທະນະທຳ, ທ່ອງທ່ຽວ ແລະ ງານບຸນອາຫານການກິນ ພາກໃຕ້ ຕິດພັນກັບງານບຸນ Ok Om Bok ແຂວງ ຈ່າວີງ ປີ 2023 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 21 – 27 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ