ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມດ່ານັ້ງໃນໂອກາດບຸນເຕັດປີຊວດ 2020 ເພີ່ມຂຶ້ນ 13%

(VOVWORLD) -ຈຳນວນແຂກທ່ອງທ່ຽວສາກົນມາດ່ານັ້ງ ຄາດວ່າບັນລຸເກືອບ 180.000 ເທື່ອຄົນ, ເພີ່ມຂຶ້ນກວ່າ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມດ່ານັ້ງໃນໂອກາດບຸນເຕັດປີຊວດ 2020 ເພີ່ມຂຶ້ນ 13% - ảnh 1 ແຄມແມ່ນ້ຳ ຮ່ານ

(ພາບປະກອບ: TTXVN)

ໃນໂອກາດບຸນເຕັດປີຊວດ 2020 ໃນລະຫວ່າງວັນທີ 23 – 29 ມັງກອນ (ນັບແຕ່ວັນທີ 29 ເດືອນ 12 ຫາວັນທີ 05 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ຈຳນວນແຂກທ່ອງທ່ຽວສາກົນມາດ່ານັ້ງ ຄາດວ່າບັນລຸເກືອບ 180.000 ເທື່ອຄົນ, ເພີ່ມຂຶ້ນກວ່າ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

          ໃນໂອກາດບຸນເຕັດປີຊວດ 2020, ພະແນກທ່ອງທ່ຽວນະຄອນດ່ານັ້ງ ໄດ້ສົມທົບກັບບັນດາຫົວໜ່ວຍ, ວິສາຫະກິດຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ຕ້ອນຮັບບຸນເຕັດ. ໃນນັ້ນ, ບາງເຫດການພົ້ນເດັ່ນຄື: ຖະໜົນດອກໄມ້ບຸນປີໃໝ່ດ່ານັ້ງ ຢູ່ແຄມແມ່ນ້ຳ ຮ່ານ ແລະ ບັນດາສະຖານທີ່ແຫ່ງຕ່າງໆໃນນະຄອນ, ການຍິງບັ້ງໄຟດອກ, ບັນດາລາຍການສິລະປະ “ສີສັນລະດູບານໃໝ່ 2020” ເພື່ອຕ້້ອນຮັບບຸນເຕັດ…

ຕອບກັບ

ຂ່າວ/ບົດ​ອື່ນ