ຈີເລ ເພີ່ມທະວີການແລກປ່ຽນ ດ້ານການຄ້າກັບຫວຽດນາມ

ຈີເລ ເພີ່ມທະວີການແລກປ່ຽນ ດ້ານການຄ້າກັບຫວຽດນາມ - ảnh 1
( ພາບປະກອບ )

(vovworld) -     ​ໃນ 6 ​ເດືອນ ຕົ້ນ​ປີ 2012, ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ຈີ​ເລ ​ແລະ ຫວຽດນາມ ມີ​ທ່າ​ແຮງ​ເພີ່ມ​ຂຶ້ນ​ເມື່ອ​ບັນລຸ​ເກືອບ 321 ລ້ານ USD, ​ເພີ່ມ​ຂຶ້ນ 38% ​ເມື່ອ​ທ່ຽບ​ໃສ່​ປີ 2011. ​ໃນ 6 ​ເດືອນຕົ້ນ​ປີ 2012, ວົງ​ເງິນ​ສົ່ງ​ອອກສິນຄ້າ​ຂອງ​ຈີ​ເລ ມາ​ຂາຍ​ໃຫ້ຫວຽດນາມ ບັນລຸ​ປະມານ 239 ລ້ານ USD, ​ໃນ​ຄະນະ​ທີ່​ວົງ​ເງິນ​ນຳ​ເຂົ້າ​ບັນລຸ​ກວ່າ 82 ລ້ານ USD. ປະ​ເທດ​ອາ​​ເມ​ລິ​ກາ​ໃຕ້ ນີ້​ໄດ້​ສົ່ງ​ມາ​ຫວຽດນາມ ບັນດາ​ຜະລິດ​ຕະພັນ​ຕົ້ນ​ຕໍມາ​ຍັງ​ຫວຽດນາມ​ເຊົ່ນ ​ທອງ​ແດງ, ​​​ເຫຼັກ​ເສດ, ​​ໄມ້​ແປກ, ປູ ​ແລະ ນຳ​ເຂົ້າ​ເກີບ​ໜັງ, ຊີ​ມັງ, ປາຈາ, ກາ​ເຟ… ​ເປັນ​ສ່ວນ​ຫຼາຍ ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ຈີ​ເລ ​ແລະ ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ​ສູງ​ໃນ​ສະພາບ​ທີ່ການ​ແລກປ່ຽນ​ການ​ຄ້າ​ຕ່າງປະ​ເທດຂອງ​ຈີ​ເລ ​ເພີ່ມ​ຂຶ້ນ​ພຽງ 2% ​ເມື່ອ​ທຽບ​ໃສ່​ກັບ​ປີ 2011, ​ໃນ​ນັ້ນ​ການ​ສົ່ງ​ອອກ​ຫຼຸດ​ລົງ 2,3%, ຍ້ອມ​ຜົນທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ.

ຂ່າວ/ບົດ​ອື່ນ