ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລ​ະ​ຫວ່າງ ຫວຽດ​ນາມ - ຈີນ

(VOVWORLD) - ວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານ ເຊິ໊ງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ທ່ານຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ ສອງຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງເປັນຢ່າງດີ, ສືບຕໍ່ຮັກສາການພົວພັນແລກປ່ຽນ ແລະ ພົບປະໃນທຸກຂັ້ນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນແມ່ນ ເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ແທດຈິງ.

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລ​ະ​ຫວ່າງ ຫວຽດ​ນາມ - ຈີນ - ảnh 1ທ່ານຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ ເຊິ໊ງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: VGP) 

ທ່ານຮອງນາຍົກລັດຖະມົນຕີມີຄວາມປາດຖະໜາວ່າ ທ່ານ ເຊິ໊ງປົວ ດ້ວຍບົດບາດຂອງຕົນຈະຊຸກຍູ້ເພື່ອປະກອບສ່ວນຮັກສາດຸນການຄ້າລະຫວ່າງສອງປະເທດ. ສອງຝ່າຍຄວນຮ່ວມມືກັນແກ້ໄຂບັນດາຂໍ້ຄົງຄ້າງຂອງບາງໂຄງການເພື່ອບໍ່ສົ່ງຜົນສະທ້ອນເຖິງອິດທິພົນຊື່ສຽງ, ພາບພົດຂອງ ນັກລົງທຶນຈີນ.

        ເຫັນດີເປັນເອກະພາບກັບເປົ້າໝາຍພັດທະນາການຄ້າສອງຝ່າຍຢ່າງປອດໄສ, ສົມດຸນ ແລະ ຍືນຍົງ ເຊິ່ງທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ວາງອອກມານັ້ນ, ທ່ານເອກອັກຄະລັດຖະທູດ ເຊິ໊ງປົວ ໃຫ້ຮູ້ວ່າ ຝ່າຍຈີນ ພວມສືບຕໍ່ຊຸກຍູ້, ເປີດກ້ວາງການນຳເຂົ້າຈາກ ຫວຽດນາມ, ພິເສດແມ່ນ ບັນດາ ປະເພດສິນຄ້າຜະລິດຕະພັນກະເສດເຊິ່ງ ຫວຽດນາມມີທ່າແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ