ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອັງ​ກິດ

(VOVWORLD) -        ຕອນເຊົ້າວັນທີ 18 ມັງກອນ, ຢູ່ສຳນັກງານສະພາແຫ່ງຊາດອັງກິດ ຢູ່ ລອນດອນ, ທ່ານປະທານສະພາຕ່ຳ ອັງກິດ Lindsay Hoyle ໄດ້ໃຫ້ການຕ້ອນຮັບທ່ານ ຫງວຽນຮວ່າງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.
ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອັງ​ກິດ - ảnh 1ທ່ານປະທານສະພາຕ່ຳ ອັງກິດ Lindsay Hoyle ຕ້ອນຮັບທ່ານ ຫງວຽນຮວ່າງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານປະທານສະພາຕ່ຳ ອັງກິດ ໄດ້ຕີລາຄາສູງຕໍ່ບົດບາດຂອງ ສະພາແຫ່ງຊາດ ຫວຽດນາມ ໃນຊຸມປີຜ່ານມາ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍຄື ສະຫະພັນ ລັດຖະສະພາສາກົນ; ທ່ານຢັ້ງຢືນວ່າ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ລອນກອນ ຜັນຂະຫຍາຍການເຄື່ອນໄຫວຊຸກຍູ້ສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ, ໃນນັ້ນມີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ຮ່ວມມືສອງຝ່າຍ ຜ່ານຊ່ອງທາງລັດຖະສະພາ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ກໍ່ເນັ້ນໜັກວ່າ ສາຍພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະພັດທະນາຢ່າງດີງາມທີ່ສຸດ ແລະ ມີຫຼາຍກາລະໂອກາດເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ປະທານສະພາຕ່ຳ ອັງກິດ ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກອັງກິດ (UKVFTA) ແລະ ບັນດາໂຄງການ, ລາຍການຮ່ວມມືລະຫວ່າງສອງປະເທດໃຫ້ມີປະສິດທິຜົນ, ພ້ອມທັງສ້າງເງື່ອນໄຂເພື່ອໜູນຊ່ວຍແກ່ການແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດສອງຝ່າຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ