ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນໄມ້ຖືກຕ້ອງກັບກົດໝາຍຈາກຫວຽດນາມໄປຍັງອີຢູ

(VOVWORLD) -ຕອນບ່າຍວັນທີ 16 ພຶດສະພາ, ຄະນະຜູ້ຕາງຫນ້າສະຫະພາບເອີລົບ (ອີຢູ) ປະຈຳຫວຽດນາມ ໃຫ້ຮູ້ວ່າ: ອີຢູ ແລະ ຫວຽດນາມ ຫາກໍ່ສິ້ນສຸດບັນດາການເຈລະຈາກ່ຽວກັບຄູ່ຮ່ວມມືສະໝັກໃຈ (VPA) ກ່ຽວກັບເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງປ່າ ແລະ ຄ້າຂາຍໄມ້. 
  ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນໄມ້ຖືກຕ້ອງກັບກົດໝາຍຈາກຫວຽດນາມໄປຍັງອີຢູ - ảnh 1 ຜະລິດຕະພັນໄມ້ຂອງຫວຽດນາມທີ່ງານວາງສະແດງສາກົນ

ສັນຍານີ້ ຊ່ວຍປັບປຸງການຄຸ້ມຄອງປ່າ, ແກ້ໄຂສະພາບການຂຸດຄົ້ນໄມ້ຢ່າງຜິດກົດໝາຍ ແລະ ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນໄມ້ຖືກຕ້ອງກັບກົດໝາຍທີ່ໄດ້ຮັບການກວດກາຢັ້ງຢືນ ຈາກຫວຽດນາມ ໄປຍັງ ອີຢູ ແລະ ບັນດາຜະລິດຕະພັນອື່ນ. ເພື່ອປະຕິບັດສັນຍາຄູ່ຮ່ວມມືສະໝັກໃຈ, ຫວຽດນາມ ຈະສ້າງລະບົບຮັບປະກັນລັກສະນະດ້ານນິຕິທຳຂອງໄມ້ ເພື່ອຮັບປະກັນວ່າ ໄມ້ ແລະ ບັນດາຜະລິດຕະພັນໄມ້ສົ່ງອອກ ແມ່ນມາຈາກບັນດາແຫລ່ງຂຸດຄົ້ນຢ່າງຖືກຕ້ອງກັບກົດໝາຍ. ສັນຍາດັ່ງກ່າວ ກໍ່ກຳນົດເລື່ອງສ້າງຕັ້ງບັນດາກົນໄກຮ້ອງທຸກ ແລະ ຕີລາຄາແບບເອກະລາດກໍຄືບັນດາຄຳໝັ້ນສັນຍາກ່ຽວຂ້ອງເຖິງບັນດາຝ່າຍກ່ຽວຂ້ອງໃນການປະຕິບັດ ແລະ ເປີດເຜີຍຂໍ້ມູນຂ່າວສານ. 

ຕອບກັບ

ຂ່າວ/ບົດ​ອື່ນ