ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ ຮ່າ​ໂນ້ຍ - ມົດ​ສະ​ກູ

(VOVWORLD) -     ໃນຂອບເຂດການເຄື່ອນໄຫວຂອງຄະນະຜູ້ແທນພັກກອມມຸູນິດ ສະຫະພັນ ຣັດເຊຍ (KPRF) ຢູ່ ຫວຽດນາມ, ວັນທີ 16 ທັນວາ, ຢູ່ສຳນັກງານຄະນະພັກນະຄອນ ຮ່າໂນ້ຍ, ທ່ານເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ດິ່ງຕຽນຢູ່ງ ໄດ້ຕ້ອນຮັບຄະນະ.
ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ ຮ່າ​ໂນ້ຍ - ມົດ​ສະ​ກູ - ảnh 1ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ດິ່ງຕຽນຢູ່ງ ໄດ້ເນັ້ນໜັກວ່າ, ຫວຽດນາມ - ສະຫະພັນ ໂຊວຽດ ໃນເມື່ອກ່ອນ, ສະຫະພັນ ຣັດເຊຍ ໃນປະຈຸບັນ ມີສາຍພົວພັນທີ່ເປັນມູນເຊື້ອຢ່າງດີງາມ.  ກິດຈະກຳກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຮ່ວາບິງ ມີຄວາມໝາຍເປັນສັນຍາລັກໃຫ້ສາຍພົວພັນນີ້, ແມ່ນກິດຈະກຳກ່ໍສ້າງທີ່ມີຂອບຂະໜາດໃຫຍ່ ແລະ ເລີ່ມຕົ້ນໃຫ້ແກ່ກິດຈະການພັດທະນາຫັນເປັນທັນສະໄໝ, ຫັນເປັນອຸດສາຫະກຳຂອງ ຫວຽດນາມ. ເລື່ອງ ຫວຽດນາມ ເຊັນສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີຣົບ ໄດ້ເປີດການຮ່ວມມືໃໝ່ກ່ຽວກັບດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວສຳລັບ 2 ຝ່າຍ.

        ເມື່ອເວົ້າເຖິງສູນການຄ້າ ຮ່າໂນ້ຍ ຢູ່ ມົດສະກູ ແມ່ນຈຸດພົ້ນເດັ່ນໃນການຊຸກຍູ້ດ້ານການຄ້າ, ວັດທະນະທຳ ຫວຽດນາມ ຢູ່ ຣັດເຊຍ, ທ່ານ Leonid Kalashnikov, ຮອງປະທານພັກ KPRF, ປະທານຄະນະກຳມະການບັນດາບັນຫາກ່ຽວກັບກຸ່ມວົງຄະນະຍາດບັນດາປະເທດເອກະລາດ, ການຮ່ວມສຳພັນ ອາຊີ - ເອີຣົບ ແລະ ຊາວ ຣັດເຊຍ ຢູ່ຕ່າງປະເທດຂອງສະພາຕ່ຳ (Duma), ລັດເຊຍ, ສະເໜີໃຫ້ການນຳນະຄອນ ຮ່າໂນ້ຍ ເອົາໃຈໃສ່ຊຸກຍູ້ການໜູນຊ່ວຍເພື່ອຜັນຂະຫຍາຍໂຄງການກໍ່ສ້າງ ຫໍ ມົດສະກູ ຢູ່ ຮ່າໂນ້ຍ. ຜ່ານນັ້ນ, ນຳໂຄງການໃຫ້ກາຍເປັນສູນວັດທະນະທຳ, ການພົວພັນແລກປ່ຽນການຄ້າລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ