ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໃນສະພາບເສດຖະກິດດີຈີຕອນ

(VOVWORLD) - ກອງປະຊຸມໄດ້ສຸມໃສ່ເຮັດແຈ້ງ 3 ບັນຫາ, ລວມມີ: ທ່າອ່ຽງພັດທະນາເສດຖະກິດດີຈີຕອນ ແລະ ປະສົບການໃນການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການພັດທະນາການຄ້າ ແລະ ການລົງທຶນຢູ່ ຫວຽດນາມ, ລາວ, ກຳປູເຈຍ
ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໃນສະພາບເສດຖະກິດດີຈີຕອນ  - ảnh 1ທີ່ກອງປະຊຸມສຳມະນາສາກົນ
(ພາບ: TTXVN)

          ວັນທີ 20 ກັນຍາ, ຢູ່ນະຄອນໂຮ່ຈິມິນ, ສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ໄດ້ສົມທົບກັບສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ (LASES) ແລະ ສະພາມະຫາບັນດິດລາຊະອານາຈັກ ກຳປູເຈຍ (RAC) ຈັດກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ ໃນສະພາບການດີຈີຕອນ”. ເຂົ້າຮ່ວມເຫດການນີ້, ມີຜູ້ແທນ 100 ກວ່າທ່ານທີ່ເປັນນັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງ, ອົງການການທູດຂອງ 3 ປະເທດ.

          ກອງປະຊຸມໄດ້ສຸມໃສ່ເຮັດແຈ້ງ 3 ບັນຫາ, ລວມມີ: ທ່າອ່ຽງພັດທະນາເສດຖະກິດດີຈີຕອນ ແລະ ປະສົບການໃນການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການພັດທະນາການຄ້າ ແລະ ການລົງທຶນຢູ່ ຫວຽດນາມ, ລາວ, ກຳປູເຈຍ; ກາລະໂອກາດ ແລະ ສິ່ງທ້າທາຍຈາກຂະບວນການຫັນເປັນດີຈີຕອນ ຕະຫຼອດຮອດເລື່ອງຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 3 ປະເທດ; ບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ໃນພື້ນຖານເສດຖະກິດດີຈີຕອນ.

          ຕາມບັນດານັກວິທະຍາສາດແລ້ວ, ເພື່ອຊຸກຍູ້ການພັດທະນາເສດຖະກິດດີຈີຕອນໃນໄລຍະຈະມາເຖິງ, 3 ປະເທດຕ້ອງສ້າງ ແລະ ປັບປຸງສະພາບແວດລ້ອມດ້ານລະບອບລະບຽບການໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໄລຍະເຊື່ອມໂຍງເຂົ້າກັບສາກົນ ໃນເງື່ອນໄຂເສດຖະກິດດີຈີຕອນ; ສົ່ງເສີມ, ສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍບັນດາວິສາຫະກິດເລີ່ມດຳເນີນທຸລະກິດ, ນະວັດຕະກຳ... ລັດຖະບານຕ້ອງສ້າງພື້ນຖານໂຄງລ່າງດ້ານເຕັກນິກດີຈີຕອນ ເພື່ອໃຫ້ບັນດາວິສາຫະກິດເຊື່ອມໂຍງ ແລະ ກຳແໜ້ນທ່າອ່ຽງ, ທ່າແຮງຂອງຍຸກສະໄໝເສດຖະກິດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ