ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມກັບອາເມລິກາແລະອິນໂດເນເຊຍ

ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມກັບອາເມລິກາແລະອິນໂດເນເຊຍ - ảnh 1
ພົນໂທ ຫງວຽນຈີ໋ວີ້ງ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/6, ທີ່​ການ​ຕ້ອນຮັບ​ທ່ານ Winfield, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫາ POW/MIA (ສະ​ເລີຍ​​ເສິກ/ຫາຍ​ສາບ​ສູນ), ພວມ​ຢູ່​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຫວຽດນາມ, ພົນ​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຢືນຢັນ​ວ່າ: ການ​ຊອກ​ຫາ​ທະຫານ​ອ​າ​ເມ​ລິ​ກາ ຫາຍ​ສາບ​ສູນ​ໃນ​ສົງຄາມ​ຢູ່ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມືທີ່ ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ອັນ​ດັບ​ໜຶ່ງ ​ແລະ ພ້ອມ​ແລ້ວ​ທີ່​ສະໜັບ​ສະ​ໜູນ ​ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ນີ້. ທ່າ​ນພົນ​ໂທ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ພ້ອມ​ກັບ ຫວຽດນາມ ​ແກ້​ໄຂ​ບັນດາ​ບັນຫາ​ຍ້ອນ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ສົງຄາມ​ປະ​ໄວ້​ໃຫ້​ຄື: ເກັບກູ້​ລະ​ເບີດຍັງບໍ່ທັນແຕກ, ກຳຈັດທາດພິດ​ສີ​ສົ້​ມ/ດີ​ໂອ​ຊິນ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ເມື່ອ​ຕ້ອນຮັບ​ຄະນະ​ນັກ​ຊ່ຽວຊານ​ການ​ທະຫານ ກອງທັບ​​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ​ໂດຍ​ພົນ​ເຮືອ​ຕີ Sueslo, ຜູ້ອຳນວຍການ​ສູນ​ຮ່ວມ​ມື​ສາກົນ​ກອງທັບ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ​ເປັນ​ຫົວ​ໜ້າ​ຄະນະ​ພວມ​ຢູ້ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຫວຽດນາມ, ພົນ​ໂທ ຫງວຽນ​ຈີ໋ວີ້ງ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານປ້ອງ​ກັນຊາ​ດ, ໜູ​ນຊ່ວຍ​ມະນຸດສະທຳ​ກູ້​ໄພ​ກູ້​ຊີບ, ຊ່ວຍ​ເຫຼືອ​ປະຊາຊົນ​ຮັບ​ເຄາະ​ຮ້າຍ​ຢູ່​ທະ​ເລ.​​.​.

 

 

ຂ່າວ/ບົດ​ອື່ນ