(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ຮູງກາຣີ Ader Janos, ວັນທີ 15/9, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຮູງກາຣີ. ບົນພື້ນຖານນ້ຳໃຈມິດຕະພາບ ສະໜິດຕິດພັນລະຫວ່າງ 2 ຊາດໃນຕະຫຼອດໄລຍະປະຫວັດສາດ 60 ປີຜ່ານມາ, ການຢ້ຽມຢາມ ຮູງກາຣີ ຂອງທ່ານປະທານປະເທດ ເຈືອງເຕີນຊາງ ເປັນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດຍິ່ງກ່ວາອີກ, ພອ້ມທັງເປີດການຮ່ວມມືໃນສະພາບການ ຫວຽດນາມ ແມ່ນສະມາຊິກ ອາຊຽນ ແລະ ຮູງກາຣີ ແມ່ນສະມາຊິກ ອີຢູ. ການຢ້ຽມຢາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມື ອາຊີ - ເອີລົບ, ນຳການພົວພັນລະຫວ່າງ ຫວຽດນາມ ແລະ ຮູງກາຣີ ກ້າວເຂົ້າສູ່ໄລຍະໃໝ່ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສະຖຽນລະພາບ, ການຮ່ວມມືພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.