ຊຸກຍູ້ການຮ່ວມມືສາກົນໃນການແບ່ງປັນຄວາມຮູ້ ແລະ ຄົ້ນຄວ້ານະໂຍບາຍພັດທະນາແບບຍືນຍົງ

(VOVWORLD) - ຫວຽດນາມ ປາດຖະໜາຢາກໄດ້ຮັບການແບ່ງປັນກ່ຽວກັບບົດຮຽນພັດທະນາປະເທດຊາດຈາກເພື່ອນມິດ, ຄູ່ຮ່ວມມືສາກົນ, ໃນນັ້ນມີ UNDP
ຊຸກຍູ້ການຮ່ວມມືສາກົນໃນການແບ່ງປັນຄວາມຮູ້ ແລະ ຄົ້ນຄວ້ານະໂຍບາຍພັດທະນາແບບຍືນຍົງ - ảnh 1ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນທັງ, ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Ramla Khalidi
(ພາບ: TTXVN)

        ຕອນບ່າຍວັນທີ 17 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າປະຈຳອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ.

        ຢູ່ທີ່ນີ້, ທ່ານ ຫງວຽນຊວັນທັງ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກໄດ້ຮັບການແບ່ງປັນກ່ຽວກັບບົດຮຽນພັດທະນາປະເທດຊາດຈາກເພື່ອນມິດ, ຄູ່ຮ່ວມມືສາກົນ, ໃນນັ້ນມີ UNDP; ທ່ານສະເໜີວ່າ, ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງຫວຽດນາມ ແລະ UNDP ເວົ້າລວມ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບ UNDP ເວົ້າສະເພາະ, ຕ້ອງມີການປ່ຽນແປງໃໝ່, ເປີດກວ້າງການຮ່ວມມື, ລື່ນກາຍຂອບເຂດຮ່ວມມືທີ່ເປັນມູນເຊື້ອຄືໃນຫຼາຍປີຜ່ານມາ.

        ສ່ວນທ່ານນາງ Ramla Khalidi, ເນັ້ນໜັກວ່າ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດກາຍເປັນປະເທດບືນຕົວຂຶ້ນໃນຂົງເຂດເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດແບ່ງປັນ; UNDP ຕີລາຄາສູງເສັ້ນທາງແຫ່ງການພັດທະນາປະເທດຊາດເຊິ່ງພັກ, ລັດ ຫວຽດນາມ ໄດ້ເລືອກ ແລະ ພວມປະຕິບັດຢ່າງມີປະສິດທິຜົນ ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ