ຊຸກຍູ້ການຮ່ວມມືຫວຽດນາມ- ໂຮນລັງໃນຂົງເຂດປ່ຽນແປງຂອງດິນຟ້າອາກາດແລະ ຄຸ້ມຄອງນ້ຳ

ຊຸກຍູ້ການຮ່ວມມືຫວຽດນາມ- ໂຮນລັງໃນຂົງເຂດປ່ຽນແປງຂອງດິນຟ້າອາກາດແລະ ຄຸ້ມຄອງນ້ຳ - ảnh 1
​ວາ​ລ​ະ​ປະ​ຊຸມ​ຄັ້ງ​ທີ 6 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ໂຮນ​ລັງ

(vovworld) - ວັ​ນ​ທີ 19/4, ຢູ່ ລາ​ໄຮ (ປະ​ເທດ ໂຮນ​ລັງ), ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢູ້ງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພື້ນ​ຖານ​ໂຄງ​ລ່າງ ແລະ ສິ່ງ​ແວດ​ລ້ອມ ໂຮນ​ລັງ Melanie Schultz ເປັນ​ປະ​ທານ​ຮ່ວມ​ວາ​ລ​ະ​ປະ​ຊຸມ​ຄັ້ງ​ທີ 6 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ໂຮນ​ລັງ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ຄຸ​້​ມ​ຄອງນ​້ຳ. ເມື່ອ​ແລກ​ປ່ຽນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ Melanie Schultz ຢັ້ງ​ຢືນ​ວ່າ: ໂຮ​ນ​ລັງ ກຽມ​ພ້ອມ​ໜູນ​ຊ່ວຍ ແລະ ຖ່າຍ​ທອດ​ເຕັກ​ນິກ​ໃຫ້​ແກ່ ຫວຽດ​ນາມ ເພື່ອ​ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ, ມີ​ປະ​ສິດ​ທິ​ຜົນ, ກໍ່​ຄື​ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ລັດ​ຖະ​ມົນ​ຕີ Melanie Schultz ໃຫ້​ຮ​ູ້​ວ່າ: ຫຼາຍ​ບໍ​ລິ​ສັດ​ຂອງ ໂຮງ​ລັງ​ມີ​ບົດ​ຮຽນ​​ມາ​ແຕ່​ດົນ​ນານ​ໃນບັນ​ຫານີ້ ແລະ ບາງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ໂດ່ງ​ດັງ​ຂອງ ໂຮນ​ລັງ ປາດ​ຖະ​ໜາ​ຢາກ​ມີ​ກາ​ລະ​ໂອ​ກາດ​ຮ່ວມ​ມື, ໜູນ​ຊ່ວຍ ຫວຽດ​ນາມ.

        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 19/4, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢູ້ງ ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮນ​ລັງ Mark Rutte. ທີ່​ການ​ພົບ​ປະ, ການ​ນຳ 2 ທ່ານ​ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ຜົນ​ທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດ​ຂໍ້​ຕົກ​ລົງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ໂຮນ​ລັງ ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຂົ​ງ​ເຂດ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ; ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສ​ູງ, ເພື່ອ​ແນ​ໃສ່​ເພ​ີ່ມ​ທ​ະ​ວີ​ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຄວາມ​ເຊື່ອ​ໝັ້ນ​ເຊິ່ງ​ກັນ ແລະ ກັນ.


ຕອບກັບ

ຂ່າວ/ບົດ​ອື່ນ