ຊຸດເສື້ອຍາວ ຫວຽດນາມ ແລະ ດົນຕີພື້ນເມືອງ ໃນວັງວິຈິດສິນ ປາຣີ

(VOVWORLD) - ວັນທີ 27 ກັນຍາ, ສາທາລະນະຊົນ ຝຣັ່ງ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ປາຣີ ອີກຄັ້ງໜຶ່ງໄດ້ຊົມການສະແດງຊຸດເສື້ອຍາວ ທີ່ເປັນມູນເຊື້ອຂອງ ຫວຽດນາມ ໃນຂອບເຂດພິທີສະເຫຼີມສະຫຼອງ 72 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ, ເຊິ່ງໄດ້ດຳເນີນຢູ່ວັງ ວິຈິດສິນ Petit Palais ໃຈກາງນະຄອນຫຼວງ ປາຣີ. 
ຊຸດເສື້ອຍາວ ຫວຽດນາມ ແລະ ດົນຕີພື້ນເມືອງ ໃນວັງວິຈິດສິນ ປາຣີ - ảnh 1 ການສະແດງຊຸດເສື້ອຍາວຢູ່ ປາຣີ

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນງອັກເຊີນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ຝຣັ່ງ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ພະຍາຍາມພ້ອມກັບປະຊາຄົມສາກົນສ້າງໂລກປອດມີສົງຄາມ ແລະ ໄພອຶດຫິວ, ໃນນັ້ນ, ທຸກໆຄົນອາດຈະເຮັດວຽກເພື່ອຄວາມຜາສຸກຂອງຕົນເອງ. ເມື່ອເຕື້ອງເຖິງການພົວພັນ ຫວຽດນາມ - ຝຣັ່ງ, ທ່ານເອກອັກຄະລັດຖະທູດ ຫງວຽນງອັກເຊີນ ເຊື່ອໝັ້ນວ່າ, ການພົວພັນ 2 ຝ່າຍ ຈະຜ່ານຜ່າບັນດາບາດກ້າວພັດທະນາສຳຄັນຕໍ່ໄປໃນປີ 2018, ເມື່ອ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ທີ່ພິທີ, ຄຽງຂ້າງການສະແດງຊຸດເສື້ອຍາວຫຼ້າສຸດຂອງນັກອອກແບບ David ມີງດຶກ, ບັນດາແຂກຖືກເຊີນຍັງໄດ້ຮັບຟັງ ການແນະນຳ ກ່ຽວກັບໂຄງການ “ຊາຍຄາ ຫວຽດ” ຂອງທ່ານນາງທູດທ່ອງທ່ຽວ ຫວຽດນາມ ຢູ່ ຝຣັ່ງ Anoa Suzanne Dussol Perran. ນີ້ແມ່ນໂຄງການເພື່ອແນໃສ່ໂຄສະນາໃຫ້ແກ່ການທ່ອງທ່ຽວ ແລະ ມໍລະດົກວັດທະນະທຳ ຫວຽດນາມ ກັບເພື່ອນມິດ ຝຣັ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ