ຊີຣີ ຮຽກຮ້ອງ ອາເມລິກາ, ຝລັ່ງ ແລະ ຕວກກີ ຖອນກໍາລັງທະຫານ ຢ່າງບໍ່ມີເງື່ອນໄຂ

(VOVWORLD) -ວັນທີ 29 ກັນຍາ, ເມື່ອກ່າວຄໍາເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ, ທ່ານ Walid al –Moualem ລັດຖະມົນຕີການຕ່າງປະເທດ ຊີຣີ ໄດ້ຮຽກຮ້ອງບັນດາກໍາລັງຂອງ ອາເມລິກາ, ຝລັ່ງ ແລະ ຕວກກີ ຖອນຕົວອອກຈາກຜືນແຜ່ນດິນຂອງ ຊີຣີ ໃນທັນທີ ໂດຍບໍ່ມີເງື່ອນໄຂໃດໆ. 
ຊີຣີ ຮຽກຮ້ອງ ອາເມລິກາ, ຝລັ່ງ ແລະ ຕວກກີ ຖອນກໍາລັງທະຫານ ຢ່າງບໍ່ມີເງື່ອນໄຂ - ảnh 1 ທ່ານ Walid al –Moualem ລັດຖະມົນຕີການຕ່າງປະເທດ ຊີຣີ (ພາບ:AFP/TTXVN)

ທ່ານ Walid al –Moualem ລັດຖະມົນຕີການຕ່າງປະເທດ ຊີຣີ  ກ່າວປະນາມບັນດາກໍາລັງຂອງ ອາເມລິກາ, ຝລັ່ງ ແລະ ຕວກກີ ທີ່ພວມເຄື່ອນໄຫວໃນບໍລິເວນຂອງ ຊີຣີ ແມ່ນ “ບັນດາກໍາລັງຢືດຄອງ” ແລະ ບໍ່ໄດ້ຮັບການຕ້ອນຮັບຈາກລັດຖະບານ ຊີຣີ. ທ່ານ ເນັ້ນໜັກວ່າ ບັນດາກໍາລັງຕ່າງປະເທດດັ່ງກ່າວ “ຈະໄດ້ຮັບການປະພຶດທີ່ເໝາະສົມ”. ໄປຄຽງຄູ່ກັນນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຊີຣີ ຍັງຕີລາຄາວ່າ ການຕໍ່ສູ້ ຕ້ານການກໍ່ການຮ້າຍຢູ່ປະເທດຂອງທ່ານ ພວມກ້າວເຂົ້າສູ່ໄປສູ່ວັນສິ້ນສຸດ ແລະ ສະພາບການຄ່ອຍໆເປັນປົກກະຕິກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ