ຊີຣີ ເຫັນດີໃຫ້ຊ່ຽວຊານ ລັດເຊຍ ສືບສວນ ກ່ຽວກັບ ອາວຸດເຄມີ

ຊີຣີ ເຫັນດີໃຫ້ຊ່ຽວຊານ ລັດເຊຍ ສືບສວນ ກ່ຽວກັບ ອາວຸດເຄມີ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 26/04, ທ່ານ​ລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ​ຊີຣີ Omran al Zoubi ​ໃຫ້​ຮູ້​ວ່າ ອຳນາດ​ການ​ປົກຄອງ Damascus ​ໄດ້​ເຫັນ​ດີ​ໃຫ້​ບັນດາ​ຜູ້​ຊ່ຽວຊານ​ລັດ​ເຊຍ ດຳ​ເນີນ​ການສືບສວນ ​ແລະ  ຢັ້ງຢືນ​ເລື່ອງ​ນຳ​ໃຊ້​ອາວຸດ​ເຄມີ​ຢູ່​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ມົດສກູ, ທ່ານ​ລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ​ຊີຣີ ​ໃຫ້​ຮູ້​ວ່າ ລັດຖະບານ​ຊີຣີ ຮຽກຮ້ອງ​​ໃຫ້​ກວດ​ຢັ້ງຢືນຢູ່​ກັບ​ທີ່ກ່ຽວ​ກັບ​ເລື່ອງ​ບັນດາ​ກຸ່ມ​ກໍ​ການ​ຮ້າຍ, ​ໃນ​ນັ້ນ​ມີ al Qaeda, ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ​ໃນ​ການ​ບຸກ​ໂຈມ​ຕີ​ຢູ່​ເຂດ Khan al Asal, ​ມໍ່​ກັບ​ນະຄອນ Aleppo ​ເຊິ່ງ​ເຮັດ​ໃຫ້ 14 ຄົນ​ເສຍ​ຊີວິດ ​ແລະ 50 ຄົນ​ຖືກ​ບາດ​ເຈັບ. ທ່ານ​ໃຫ້​ຮູ້​ວ່າ ອາ​ວຸດ​ເຄມີ​ອາດນຳ​ເຂົ້າ​ຊີຣີ ອາດ​ມາຈາກຕວກກີ, ພ້ອມ​ທັງ​ຢືນຢັນ​ວ່າ ກອງທັບ​ຊີຣີ ບໍ່​ນຳ​ໃຊ້​ອາວຸດ​ເຄມີ ຫຼື ບໍ່​ວ່າ​ອາວຸດ​ໃດໆ​ທີ່​ມີ​ລັກສະນະ​ລ້າງຜານ​ຄື​ຄຳ​ກ່າວຫາ​ຂອງ​ອາ​ເມ​ລິ​ກາ.
ຂ່າວ/ບົດ​ອື່ນ