ຊາວຫວຽດນາມອາໄສຢູ່ຫລາຍປະເທດໃນໂລກກັບຄືນເມືອຕ້ອນຮັບບຸນເຕັດຢູ່ຫວຽດນາມ

(vovworld)-  ຕອນ​ເຊົ້າ​ວັນ​ທີ 23/1 ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະກາ​ນສູນ​ກາງ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ຄະນະ​ຜູ້​ແທນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ທົບ​ທວນຄື​ນບັນດາ​ຜົນງານ​ດ້ານ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ ຮັບ​ຮູ້​ບັນດາ​ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ບັນດາ​ຜົນງານ​ລວມນັ້ນ.  ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ: ປີ​ນີ້ ລັດຖະບານ​ຫວຽດນາມ ຈະ​ດຳ​ເນີນ​ກອງ​ປະຊຸມ​ສະຫລຸບ 10 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ 36 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ວຽກ​ງານ​ສຳລັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ນີ້​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ກວດກາ​ຄືນ​ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ຂອງ​ 10 ປີຜ່ານມາ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ຊາວ​ຫວຽດນາມ ພວມ​ອາ​ໄສ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ.

ຊາວຫວຽດນາມອາໄສຢູ່ຫລາຍປະເທດໃນໂລກກັບຄືນເມືອຕ້ອນຮັບບຸນເຕັດຢູ່ຫວຽດນາມ - ảnh 1
ງານ​ພົບປະ​ສັງ​ສັນກັບ​ຄະນະຊາ​ວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ

   ກ່ອນຫນ້ານັ້ນ, ຕອນ​ເຊົ້າ​ວັນ​ດຽວກັນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈັດ​ຕັ້ງ​ງານ​ພົບປະ​ສັງ​ສັນກັບ​ຄະນະຊາ​ວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເນື່ອງ​ໃນ​ໂອກາດ​ປີ​ໃຫມ່​ປີ​ມະ​ເມຍ 2014. ການ​ພົບ​ປະ​ສັງ​ສັນ​ມີ​ຫົວ​ຂໍ້​ວ່າ: “ລະດູບານ​ໃຫມ່​ແຫ່ງ​ການ​ເຕົ້າ​ໂຮມ”. ກ່າວ​ຄຳ​ເຫັນ​ທີ່​ງານພົບ​ປະ​ສັງ​ສັນ, ທ່ານ ຫງວຽນ​ຟູ​ບີ່​ງ, ປະທານ​ສະມາຄົມ​ພົວພັນ​ຕິດ​ຕໍ່​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ຊີ້​ແຈ້ງວ່າ:

        “ອົງການ​ສື່​ມວນ​ຊົນ​ຄື​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ສວມ​ບົດບາດ​ສຳຄັນ​ຍິ່ງ​ໃນ​ທຸກ​ຂົ​ງ​ເຂດ​ເຄື່ອນ​ໄຫວ​ຂອງ​ລັດ​ກໍ​ຄື​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ສຳລັບ​ພໍ່​ແມ່​ຊາວ​ຫວຽດນາມ ອ​າ​ໄສ​ຢູ່​ຕ່າງປະ​ເທດ. ການ​ປະກອບສ່ວນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ ​ເພາະວ່າ ​ເຂົາ​ເຈົ້າ​ສວມ​ບົດບາດ​​ແມ່ນ​ຂົວ​ຕໍ່ ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ທີ່​ຊາວ​ຫວຽດນາມ ພວມ​ ອາ​ໄສ.”

        ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ການ​ພັດທະນາ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ດ້ວຍ 4 ຮູບ​ການ​ສື່​ມວນຊົນ, ​ແມ່ນ​ອົງການ​ສື່​ມວນ​ຊົນ​ຫລາຍ​ຮູບ​ການ​ໄດ້​ນຳ​ສຽງ​ເວົ້າຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເຖິງ​ພໍ່​ແມ່​ຊາວ​ຫວຽດນາມ ອາ​ໄສ​ຢູ່ 5 ທະວີບ ພ້ອມ​ທັງ​ຊ່ວຍ​​ເຂົາ​ເຈົ້າ​ເຊື່ອມ​ໂຍງ​ເຂົ້າ​ກັບປະ​ເທດ​ປະ​ຈຳ​ຖິ່ນ ພ້ອມ​ກັນ​ອວ່າຍຫນ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ, ສ້າງສາ​ປະ​ເທດ​ຊາດ.

        “​ໃນ​ປີຜ່ານມາ, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໄດ້ມີ​ການ​ປັບປຸງ​ຫລາຍ​ຢ່າງ​ແລ້ວ. ປະຈຸ​ບັນ VOV ມີ 6 ຊ່ອງ​ກະຈາຍສຽງ. ລັດຖະບານ ຫາ​ກໍ່​ອະນຸຍາດ​ຜັນ​ຂະ​ຫຍາ​ຍ ຊ່ອງ VOV ຄົມມະນາຄົມຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເປັນ​ຊ່ອງ​ຄົມມະນາຄົມ​ແຫ່​ງຊາດ. ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ VOV 5 ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະ​ກາຍ​ເປັນ​ຊ່ອງ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ. ນອກ​ນັ້ນ VOV ຍັງ​ມີ​ຊ່ອງ​ໂທລະພາບ VOVTV,​ ສື່​ເອ​ເລັກ​ໂຕ​ນິກ. ນອກຈາກ​ລາຍການ​ກະຈາຍສຽງ​ສະ​ຫງວນ​ໃຫ້​ແກ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ຂອງ VOV5, ​ເຖິງ​ວ່າວິທະຍຸ​ກະຈາຍສຽງ​ຫວຽດນາມ ຍັງ​ມີ​ລາຍການ ຊາວ​ຫວຽດນາມ ຂອງ​ຫນັງສືພິມ vov.vn, ລາຍການ​ຊາວ​ຫວຽດນາມ ກັບ​ບ້ານ​ເກີດ​ເມືອງ​ນອນ​ຂອງ VOV1. ​ໄລຍະ​ຈະ​ມາ​ເຖິງ, VOV ຈະ​ຈັດ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ.​ ປະຈຸ​ບັນ, VOV ມີ 9 ອົງການ​ປະຈຳ ຢູ່ ລາວ, ​ໄທ, ກຳປູ​ເຈຍ, ຍີ່​ປຸ່ນ, ອາ​ເມ​ລິ​ກາ, ອີ​ຢີບ, ລັດ​ເຊຍ, ຈີນ. ​ໄລຍະ​ຈະ​ມາ​ເຖິງຈະ ​ເປີດ​ອົງການ​​ປະຈຳ ສ. ​ເຊັກຕື່ມ​ອີກ.”

 

 

 

ຂ່າວ/ບົດ​ອື່ນ