ຊາວໜຸ່ມ ຫວຽດນາມ - ລາວ ສາມັກຄີ, ຮ່ວມແຮງຮ່ວມໃຈປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ມອນໄຊ ລາວມົວຊົ່ງ, ເລຂາສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເນັ້ນໜັກວ່າ: ຊາວໜຸ່ມສອງປະເທດ ລາວ - ຫວຽດນາມ
ຊາວໜຸ່ມ ຫວຽດນາມ - ລາວ ສາມັກຄີ, ຮ່ວມແຮງຮ່ວມໃຈປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ - ảnh 1ທ່ານ ມອນໄຊ ລາວມົວຊົ່ງ, ເລຂາສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ

ຕອນເຊົ້າວັນທີ 10 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ໄດ້ຈັດລາຍການ “ພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ປີ 2023” ແລະ ກອງປະຊຸມວິທະຍາສາດ “ເພີ່ມທະວີການເຂົ້າຮ່ວມຂອງຊາວໜຸ່ມໃນການຊຸກຍູ້ການຜະລິດ ແລະ ບໍລິໂພກສິນຄ້າພາຍໃນປະເທດ ເພື່ອພັດທະນາປະເທດຊາດ”.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ມອນໄຊ ລາວມົວຊົ່ງ, ເລຂາສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເນັ້ນໜັກວ່າ: ຊາວໜຸ່ມສອງປະເທດ ລາວ - ຫວຽດນາມ ຕ້ອງຕັ້ງໜ້າຮັກສາການສືບທອດ ແລະ ເສີມຂະຫຍາຍການພົວພັນແບບພິເສດນີ້. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ເອົາໃຈໃສ່ສຶກສາອົບຮົມຊາວໜຸ່ມ - ເຍົາວະຊົນ ລາວເຂົ້າໃຈເລິກເຊິ່ງກ່ຽວກັບມູນເຊື້ອນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ. ໃນບົດຄຳເຫັນຂອງຕົນ, ທ່ານ ບຸ່ຍກວັງຮຸຍ, ເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເນັ້ນໜັກວ່າ: ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ, ຖືການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຊາວໜຸ່ມ,ໄວໜຸ່ມສອງປະເທດ ຫວຽດນາມ - ລາວ, ພ້ອມທັງຕ້ອງສືບຕໍ່ມານະພະຍາຍາມຫຼາຍກ່ວາອີກເພື່ອນຳການພົວພັນນີ້ພັດທະນາຂຶ້ນສູ່ລະດັບສູງໃໝ່ໃນທຸກເນື້ອໃນ, ຂົງເຂດຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ