ຊາວໜຸ່ມນະຄອນຫຼວງນຳ“ບຸນເຕັດທີ່ເຕັມໄປດ້ວຍຄວາມຮັກແພງ”ມາຍັງຄົນທຸກຍາກ
ພາບປະກອບ
|
Vovworld – ວັນທີ 1/2, ໂດຍເປີດສາກລາຍການ “ລະດູບານໃໝ່ອາສາສະໝັກ - ບຸນເຕັດທີ່ເຕັມໄປດ້ວຍຄວາມຮັກແພງ”, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະຫະພັນຊາວໜຸ່ມນະຄອນ ຮ່າໂນ້ຍ ສົມທົບກັບສະພາກາແດງ ແລະ ສະມາຄົມວິສາຫະກິດໜຸ່ມ ຮ່າໂນ້ຍ ໄດ້ຈັດຕັ້ງການໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ຄົນທຸກຍາກກ່ວາ 300 ຄົນຢູ່ເມືອງ ບາວີ່, ເມລີງ, ໝີ້ດຶກ. ນີ້ແມ່ນ 3 ຕາແສງຊານນະຄອນ ຮ່າໂນ້ຍ ຍັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບດ້ານເສດຖະກິດ, ສັງຄົມ. “ບຸນເຕັດທີ່ເຕັມໄປດ້ວຍຄວາມຮັກແພງ” ແມ່ນການເຄື່ອນໄຫວໄດ້ຮັບການຈັດຕັ້ງປະຈຳປີຂອງຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ, ເພື່ອແນໃສ່ຊ່ວຍເຫຼືອບັນດາເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ແລະ ອິ່ມໜຳສຳລານກ່ວາ. ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈະສືບຕໍ່ສົມທົບກັບບັນດາສ່ວນບຸກຄົນ ແລະ ຄະນະ, ຂະແໜງການ, ໝູ່ຄະນະເພື່ອຮັກສາບັນດາການເຄື່ອນໄຫວອາສາສະໝັກທີ່ມີລັກສະນະມະນຸດສະທຳ ແລະ ມີຄວາມໝາຍເລິກເຊິ່ງ, ບໍ່ພຽງແຕ່ໃນໂອກາດ ບຸນເຕັດນີ້ເທົ່ານັ້ນ ຫາກຍັງໃນໂອກາດສະເຫຼີມສະຫຼອງວັນບຸນໃຫຍ່ຂອງປະເທດຊາດອີກດ້ວຍ.