ຍີ່ປຸ່ນ ປະກາດຂໍ້ສະຫຼຸບການສືບສວນເຫດອະດີດນາຍົກລັດຖະມົນຕີ Shinzo Abe ຖືກລອບສັງຫານ

(VOVWORLD) -ອົງການຕຳຫຼວດແຫ່ງຊາດ ຍີ່ປຸ່ນ ໄດ້ປະກາດໃຊ້ “ຄຳແນະນຳຮັບປະກັນຄວາມໝັ້ນຄົງໃໝ່” ເປັນພື້ນຖານເພື່ອໃຫ້ຕຳຫຼວດທ້ອງຖິ່ນສ້າງແຜນການຮັບປະກັນຄວາມສະຫງົບ.
ຍີ່ປຸ່ນ ປະກາດຂໍ້ສະຫຼຸບການສືບສວນເຫດອະດີດນາຍົກລັດຖະມົນຕີ Shinzo Abe ຖືກລອບສັງຫານ - ảnh 1ສະຖານທີ່ເກີດເຫດ
(ພາບ: AFP/TTXVN)

ວັນທີ 25 ສິງຫາ, ອົງການຕຳຫຼວດແຫ່ງຊາດ ຍີ່ປຸ່ນ ໄດ້ປະກາດຂໍ້ສະຫຼຸບການສືບສວນກ່ຽວກັບບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງເລື່ອງ ທ່ານອະດີດນາຍົກລັດຖະມົນຕີ Shinzo Abe ຖືກລອບສັງຫານໃນວັນທີ 08 ກໍລະກົດ. ຂໍ້ສະຫຼຸບຊີ້ແຈ້ງການຂາດຕົກບົກຝອງໃນການສ້າງ ແລະ ອະນຸມັດຜ່ານແຜນການຮັບປະກັນຄວາມສະຫງົບຂອງສຳນັກງານຕຳຫຼວດແຂວງ Nara. ບົນພື້ນຖານນັ້ນ, ວັນທີ 26 ສິງຫາ, ອົງການຕຳຫຼວດແຫ່ງຊາດ ຍີ່ປຸ່ນ ໄດ້ປະກາດໃຊ້ “ຄຳແນະນຳຮັບປະກັນຄວາມໝັ້ນຄົງໃໝ່” ເປັນພື້ນຖານເພື່ອໃຫ້ຕຳຫຼວດທ້ອງຖິ່ນສ້າງແຜນການຮັບປະກັນຄວາມສະຫງົບ. ນອກນັ້ນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມສະຫງົບທີ່ນັບມື້ນັບສູງນັ້ນ, ອົງການຕຳຫຼວດແຫ່ງຊາດ ຍີ່ປຸ່ນ ຈະເປີດກວ້າງກ່ຽວກັບໂຄງປະກອບການຈັດຕັ້ງ ດ້ວຍເລື່ອງສ້າງຕັ້ງຫົວໜ່ວຍສະເພາະກິດຮັບປະກັນຄວາມສະຫງົບໃໝ່ໃນທ້າຍປີການເງິນ 2022.

ຕອບກັບ

ຂ່າວ/ບົດ​ອື່ນ