ຍີ່​ປຸ່ນ ຮ່ວມ​ມື​ກັບຫວຽດ​ນາມ ແລະ 4 ປະ​ເທດ ອາ​ຊຽນ​ ຄົ້ນ​ຄ້ວາ​ຢາປິ່ນ​ປົວ​ໂລກມະ​ເຮັງ

(VOVWORLD) -ສູນໂລກມະເຮັງແຫ່ງຊາດ ຍີ່ປູ່ນ (NCCJ) ຫາກໍ່ເລິີ່ມດຳເນີນໂຄງການຮ່ວມມືກັບ 5 ປະເທດ ອາຊຽນ ລວມມີ ຫວຽດນາມ, ມາເລເຊຍ, ໄທ, ອິນໂດເນເຊຍ ແລະ ຟິລິບປິນ, ເພື່ອປຸງແຕ່ງຢາປິ່ນປົວໂລກມະເຮັງ ແລະ ຜະລິດຕະພັນການຢາປະເພດຕ່າງໆ ເພື່ອປິ່ນປົວໃຫ້ແກ່ຄົນເຈັບໄດ້ດີກວ່າ. 
ຍີ່​ປຸ່ນ ຮ່ວມ​ມື​ກັບຫວຽດ​ນາມ ແລະ 4 ປະ​ເທດ ອາ​ຊຽນ​ ຄົ້ນ​ຄ້ວາ​ຢາປິ່ນ​ປົວ​ໂລກມະ​ເຮັງ - ảnh 1(ພາບປະກອບ:  Alamy) 


ນອກຈາກນັ້ນ, ໂຄງການນີ້ຍັງແນໃສ່ສ້າງວິທີປິ່ນປົວໂລກມະເຮັງທີ່ພົບເຫັນໜ້ອຍ, ພ້ອມທັງນຳເອົາບັນດາກາລະໂອກາດສຳພັດກັບບັນດາວິທີປິ່ນປົວທີ່ກ້າວໜ້າໃຫ້ແກ່ປະຊາຊົນຢູ່ບັນດາປະເທດເຫຼົ່ານັ້ນ.

ດ້ວຍການເປີດກ້ວາງບັນດາການທົດລອງກັ່ນກອງກັບຄົນເຈັບຢູ່ບັນດາປະເທດຕ່າງໆ ແລະ ແບ່ງປັນບັນດາຂໍ້ມູນກ່ຽວຂ້ອງ, ໂຄງການຈະຊ່ວຍຍູ້ໄວການປຸງແຕ່ງບັນດາຜະລິດຕະພັນການຢາທີ່ສາມາດປິ່ນປົວໃຫ້ຄົນເຈັບ. ຄຽງຄູ່ກັນນັ້ນ, ຍີ່ປຸ່ນ ຈະແບ່ງປັນບົດຮຽນໃນຂົງເຂດນີ້ຜ່ານບັນດາໂຄງການບຳລຸງກໍ່ສ້າງ ແລະ ຄົ້ນຄ້ວາ.

ຕອບກັບ

ຂ່າວ/ບົດ​ອື່ນ