ຍີ່​ປຸ່ນ ໜູນ​ຊ່ວຍ ອາ​ຊຽນ ຕິດ​ຕາມ​ປະລິ​ມານ​ອາຍ​ພິດ​ກໍ່​ຜົນ​ກະ​ທົບ​ເຮືອນ​ແກ້ວ

(VOVWORLD) -ຍີ່ປຸ່ນ ຄາດວ່າ ຈະສະໜອງ ແລະ ອຸປະຖຳໃຫ້ບັນດາປະເທດ ອາຊຽນ ເພື່ອສ້າງຕັ້ງລະບົບຕິດຕາມ ແລະ ວັກແທກການປ່ອຍອາຍພິດ ກໍຄືຈະເຂົ້າຮ່ວມໂຄງການລວມນີ້.
ຍີ່​ປຸ່ນ ໜູນ​ຊ່ວຍ ອາ​ຊຽນ ຕິດ​ຕາມ​ປະລິ​ມານ​ອາຍ​ພິດ​ກໍ່​ຜົນ​ກະ​ທົບ​ເຮືອນ​ແກ້ວ - ảnh 1ໂຮງງານ ໄຟຟ້າ Pagbilao ຢູ່ ຟີລິບປິນຈະເລີ່ມດຳເນີນການທົດລອງໃນລະດູຮ້ອນ 2022 (ພາບ: asia.nikkei.com) 

ຍີ່ປຸ່ນ ຈະໜູນຊ່ວຍ ອາຊຽນ ຕິດຕາມປະລິມານອາຍພິດ ທີ່ກໍ່ຜົນກະທົບເຮືອນແກ້ວ ຜ່ານການສ້າງຕັ້ງລະບົບວັກແທກ ແລະ ຕິດຕາມກວດກາການປ່ອຍອາຍພິດຂອງຂະແໜງອຸດສາຫະທຳ.

ໜັງສືພິມ Nikei Asia ໃຫ້ຮູ້ວ່າ ຕໍ່ໜ້າສະພາບການທີ່ຫຼາຍບໍລິສັດຢູ່ ອາຊຽນ ຍັງບໍ່ທັນມີລະບົບຕິດຕາມ ເຮັດໃຫ້ການວັດແທກປະລິມານການປ່ອຍອາຍພິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍີ່ປຸ່ນ ຄາດວ່າ ຈະສະໜອງ ແລະ ອຸປະຖຳໃຫ້ບັນດາປະເທດ ອາຊຽນ ເພື່ອສ້າງຕັ້ງລະບົບຕິດຕາມ ແລະ ວັກແທກການປ່ອຍອາຍພິດ ກໍຄືຈະເຂົ້າຮ່ວມໂຄງການລວມນີ້.

ກໍຕາມໜັງສືພິມ Nikei Asia ແລ້ວ, ການທົດລອງຢູ່ພື້ນທີ່ຕົວຈິງຈະຖືກດໍາເນີນໃນລະດູຮ້ອນປີ 2022 ຢູ່ ຟີລິບປິນ ເພື່ອຄິດໄລ່ປະລິມານການປ່ອຍອາຍພິດຕາມແຕ່ລະຂະແໜງການ. ນອກຈາກ ຟີລິບປິນ ແລ້ວ, ວິວັດທະນາການຄັດເລືອກຂະແໜງການທີ່ເຂົ້າຮ່ວມຢູ່ ຫວຽດນາມ ແລະ ໄທ ກໍພວມໄດ້ຮັບການຜັນຂະຫຍາຍ ເຊັ່ນດຽວກັນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ