ຍີ່ປຸ່ນ ໜູນຊ່ວຍອາຊຽນ ເພີ່ມທະວີການຮັບປະກັນຄວາມຄວາມປອດໄພ ດ້ານເຄືອຂ່າຍອີນເຕີແນັດ

ຍີ່ປຸ່ນ ໜູນຊ່ວຍອາຊຽນ ເພີ່ມທະວີການຮັບປະກັນຄວາມຄວາມປອດໄພ ດ້ານເຄືອຂ່າຍອີນເຕີແນັດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 15/11, ກະຊວງ​ໂທລະ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງບັນດາ​ປະ​ເທດ​ອາ​ຊຽນ ​​ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ຂໍ້​ສະ​ເໜີ​ຂອງ​ຍີ່ປຸ່ນ ກ່ຽວກັບ​ການ​ຮ່ວມ​ມື​ຮັບປະ​ກັບ​ຄວາມ​ປອດ​ໄພທາງ​ເຄືອ​ຂ່າຍ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ “ສະຫຼາດ” ​ໃນ​ພາກ​ພື້ນ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ທີ່​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ສິ້ນສຸດ​ກອງ​ປະຊຸ​ມ​ລັດຖະມົນ​ຕີ​ໂທລະ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານອາ​ຊຽນ ຄັ້ງ​ທີ 13, ບັນ​ດາ​ລັດຖະມົນຕີ​ໄດ້​ເຫັນ​ດີ​ຮ່ວມ​ມື​ກັບ​ຍີ່ປຸ່ນ ​ເພື່ອ​ປະຕິບັດ​ຂໍ້​ລິ​ເລີ່ມ​ເຄືອ​ຂ່າຍ​ສະຫຼາດ​ອາ​ຊຽນ, ​​ເຊິ່ງແມ່ນຂໍ້​ລິ​ເລີ່​ມ​​ໂດຍ​ໂຕ​ກຽວ ຍົກ​ອອກ​ມາ​ເມື່ອ​ປີ 2011 ​ເພື່ອ​ໜູນຊ່ວຍ​ຈຸດໝາຍ​ພັດທະນາ​ກຳລັງ​ຄວາມ​ສາມາດ​ດ້ານ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ - ສື່ສານ (ICT) ​ແລະ ​ເພີ່ມ​ທະວີ​ຄວາມ​ສາມາດເຊື່ອມ​ຕໍ່​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ