ຍີ່​ປຸ່ນ​ຕີ​ລາ​ຄາ​ບັນ​ດາ​ວິ​ທີ​ການ​ຈັ​ດ​ ກອງ​ປະ​ຊຸມ G7

(VOVWORLD) - ລັດຖະບານຂອງທ່ານນາຍົກລັດຖະມົນຕີ Fumio Kishida ກໍ່ພວມກະກຽມຈັດກອງປະຊຸມຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານ G7 ໃນເດືອນພຶດສະພາ ປີ 2023 ຢູ່ Niigata ໂດຍແມ່ນແຂວງແຄມທະເລຂອງປະເທດນີ້.
ຍີ່​ປຸ່ນ​ຕີ​ລາ​ຄາ​ບັນ​ດາ​ວິ​ທີ​ການ​ຈັ​ດ​ ກອງ​ປະ​ຊຸມ G7 - ảnh 1ຍີ່ປຸ່ນ ໄດ້ຈັດກອງປະຊຸມສຸດຍອດ G7  ເມື່ອປີ 2016 (ພາບ: Twitter)

ຍີ່ປຸ່ນຄາດວ່າຈະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ເຂດພັກຜ່ອນບຳລຸງສຸຂະພາບຢູ່ແຂວງ Nagano ຂຶ້ນກັບເຂດພາກກາງຂອງປະເທດນີ້ໃນເດືອນເມສາ ປີ 2023, ກ່ອນຈັດກອງປະຊຸມສຸດຍອດຂອງກຸ່ມຢູ່ Hiroshima ຫຼັງຈາກນັ້ນ 1 ເດືອນ . ລັດຖະບານຂອງທ່ານນາຍົກລັດຖະມົນຕີ Fumio Kishida ກໍ່ພວມກະກຽມຈັດກອງປະຊຸມຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານ G7 ໃນເດືອນພຶດສະພາ ປີ 2023 ຢູ່ Niigata ໂດຍແມ່ນແຂວງແຄມທະເລຂອງປະເທດນີ້.

ໃນເບື້ອງຕົ້ນ, ລັດຖະບານ ຍີ່ປຸ່ນ ໄດ້ຊັ່ງຊາວ່າຈະຈັດກອງປະຊຸມລັດຖະມົນຕີ G7 ຢູ່ ເມືອງເກົ່າ Nara, ໂດຍແມ່ນສະຖານທີ່ທີ່ມີປູຊະນີຍະສະຖານຫຼາຍແຫ່ງ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳໂລກ. ເຖິງຢ່າງໃດກໍ່ຕາມ, ແຜນການນີ້ຖືກປະຕິເສດຍ້ອນຄວາມວິຕົກກັງວົນດ້ານຄວາມໝັ້ນຄົງ, ຍີ່ປຸ່ນເຄີຍເປັນເຈົ້າພາບຈັດກອງປະຊຸມຂອງ G7 ໃນປີ 2008 ແລະ 2016.

ຕອບກັບ

ຂ່າວ/ບົດ​ອື່ນ