ຍີ່ປຸ່ນ​ແລະ​ອາ​ຟຣິກາ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕ້ານ​ກໍ່​ກາ​ນຮ້າຍ

ຍີ່ປຸ່ນ​ແລະ​ອາ​ຟຣິກາ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕ້ານ​ກໍ່​ກາ​ນຮ້າຍ - ảnh 1
ພິທີສິ້ນ​ສຸດ​ກອງ​ປະຊຸມ​ສາກົນ​ ​ໂຕ​ກຽວ
ກ່ຽວ​ກັບ​ການ​ພັດທະນາ ອາ​ຟຣິກາ ຄັ້ງທີ 6 
(ພາບ: AFP/TTXVN)

(vovworld) - ​​ ວັນ​ທີ 28/08 ສິ້ນ​ສຸດ​ກອງ​ປະຊຸມ​ສາກົນ​ ​ໂຕ​ກຽວ ກ່ຽວ​ກັບ​ການ​ພັດທະນາ ອາ​ຟຣິກາ ຄັ້ງທີ 6 (TICAD - 6) ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Nairobi ຂອງ Kenya, ການ​ນຳ ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ ອາ​ຟຣິກາ ​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ຕ້ານ​ກໍ່​ການ​ຮ້າຍ ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ການ​ເດີນ​ທະ​ເລບົນ​ພື້ນຖານ​ກົດໝາຍ. ​ໃນ​ຖະ​ແຫຼ​ງການ Nairobi ​ທີ່ໄດ້ຮັບ​ການ​ຮັບຮອງ​​ເອົາ​ຢູ່​ກອງ​ປະຊຸມ, ບັນດາ​ການ​ນຳ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ ຊຸກຍູ້​ການລົງທຶນ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ແນ​ໃສ່​ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ຢູ່​ພາກ​ພື້ນ​ພວມ​ເຕີບ​ໂຕ​ໄວ​ນີ້. ຄຽງ​ຂ້າງ​ນັ້ນ ບັນດາ​ການ​ນຳ​ກໍ່​ໃຫ້​ຮູ້​ວ່າ: ພວມ​ມຸ່ງ​ໄປ​ເຖິງ​ຮັກສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ການ​ເດີນ​ທະ​ເລ ບົນ​ພື້ນຖານ​ກົດໝາຍ ​ແລະ ​ເພີ່ມ​ທະວີ​ຄວາມ​ສະຫງົບ​ປອດ​ໄພ​ບົນ​ທະ​ເລ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ສາກົນ ​ແລະ ພາກ​ພື້ນ​ຕາມ​ກົດໝາຍ​ສາກົນ. ຖະ​ແຫຼ​ງການ​ກໍ່ຮັບ​ຮູ້​ຄືນ​ໃໝ່​ການສະໜັບສະໜູນບັນດາ​ຄວາມມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ປະຕິ​ຮູບ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ