(vovworld) – ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ໃນວັນທີ 30/03, ທ່ານ ເຈີນວັນຮັ່ງ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ປະທານກຸ່ມສະພາແຫ່ງຊາດຫວຽດນາມ ທີ່ IPU 132, ຢືນຢັນວ່າ: ຫວຽດນາມ ໄດ້, ພວມ ແລະ ຈະມານະພະຍາຍາມເພື່ອໃຫ້ IPU 132 ບັນລຸຜົນສຳເລັດ, ປະກອບສ່ວນຍົກສູງທີ່ຕັ້ງ, ບົດບາດຂອງລັດຖະສະພາບົນເວທີສາກົນ, ກໍ່ຄືສ້າງໂລກທີ່ພັດທະນາຢ່າງໝັ້ນຄົງ. ຕາມທ່ານ ເຈີນວັນຮັ່ງ ແລ້ວ, IPU 132 ໄດ້ດຳເນີນໄປກວ່າເຄິ່ງເວລາແລ້ວ ແລະ ບັນດາຄະນະຜູ້ແທນເຂົ້າຮ່ວມ IPU ໄດ້ປຶກສາຫາລືຢ່າງຟົດຟື້ນດ້ວຍຫົວຂໍ້ລວມແມ່ນ “ບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ, ຫັນຄຳເວົ້າເປັນການກະທຳຕົວຈິງ”, ຫົວຂໍ້ເຊິ່ງປະເທດເຈົ້າພາບຫວຽດນາມ ສະເໜີ. ຕີລາຄາກ່ຽວກັບເລື່ອງ, ທີ່ກອງປະຊຸມຄົບຄະນະຄັ້ງທີ 1 ສະພາບໍລິຫານ IPU, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຮັບເລືອກຕັ້ງເປັນປະທານ IPU 132, ທ່ານ ເຈີນວັນຮັ່ງ ຢືນຢັນວ່າ.
“ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເປັນປະທານ IPU ແມ່ນໜ້າທີ່ໜັກໜ່ວງທີ່ສຸດ, ແຕ່ໜ້າເອກອ້າງທະນົງໃຈ. ທ່ານປະທານ ຈະພ້ອມກັນຊີ້ນຳບໍລິຫານ ແລະ ເຂົ້າຮ່ວມບັນດາບັນຫາສຳຄັນເຊິ່ງກອງປະຊຸມໃຫຍ່ປຶກສາຫາລື, ກອງປະຊຸມໃຫຍ່ໄດ້ປຶກສາຫາລືບັນຫາ “ບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ, ຫັນຄຳເວົ້າເປັນການກະທຳຕົວຈິງ” ເປັນຫົວຂໍ້ໂດຍຫວຽດນາມ ສະເໜີ ແລະ ກອງປະຊຸມໃຫຍ່ໄດ້ຮັບຮອງເອົາ. ສິ່ງນັ້ນມີຄວາມໝາຍວ່າ, ພວກເຮົາສະເໜີ, ພວກເຮົາກຳນົດທິດ, ພວມເຮົາແນະນຳ, ພວກເຮົາຕັດສິນບັນດາບັນຫາເຊິ່ງກອງປະຊຸມໃຫຍ່ໄດ້ປຶກສາຫາລືກ່ຽວກັບຫົວຂໍ້ທີ່ພວກເຮົາສະເໜີ. ຫວຽດນາມ ໄດ້ ແລະ ພວມປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດຂອງພວກເຮົາ, ນັ້ນແມ່ນ, ຕັ້ງໜ້າ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ເລື່ອງທ່ານປະທານສະແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຮັບການເລືອກຕັ້ງເປັນປະທານ IPU 132 ມີຄວາມໝານສຳຄັນພິເສດ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ເວົ້າລວມ, ຂອງສະພາແຫ່ງຊາດຫວຽດນາມ ເວົ້າສະເພາະ ບົນເວທີສາກົນ.